ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບນະໂຍບາຍເງິນປ່ຽນແທນໂກຕ້າລົດ ແລະ ເງິນອຸດໜູນເສຍສະຫຼະຊີວິດປະຈຳປີ 2021

     ວັນທີ 8 ກໍລະກົດ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບ-ຮັບນະໂຍບາຍ ເງິນປ່ຽນແທນໂກຕ້າລົດ ແລະ ເງິນອຸດໝູນເສຍສະຫຼະ
ຊີວິດ ງວດທີ I ປະຈຳປີ 2021 ໃຫ້ນັກ ຮົບແຂ່ງຂັນແຫ່ງຊາດ ແລະ ພະນັກງານ ປະຕິວັດອາວຸໂສ ເຂົ້າການປະຕິວັດ ປີ 1954 ຄືນຫຼັງ, ໂດຍການເປັນປະ
ທານຂອງ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ,
ມີບັນດາ ຄອບຄົວຜູ້ເສຍຊີວິດ ແລະ ບັນດາ ສະຫາຍຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຮອງຫົວໜ້າກົມນະ ໂຍບາຍກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ວ່າດ້ວຍ ການປະຕິບັດນະໂຍບາຍເງິນປ່ຽນແທນໂກຕ້າລົດງວດທີ I ປະຈຳ 2021 ໃຫ້ນັກຮົບແຂ່ງ ຂັນແຫ່ງຊາດ ແລະ ພະນັກງານ
ປະຕິວັດອາວຸໂສ ເຂົ້າການປະຕິ ວັດ ປີ 1954 ຄືນຫຼັງ ສັງກັດຢູ່ ກະຊວງປ້ອງກັນປະເທດ ຈຳ ນວນ 6 ທ່ານ, ເປັນເງິນທັງໝົດ 526.780. 800 ກີບ ແລະ
ຂໍ້ຕົກລົງ ວ່າດ້ວຍການອະນຸມັດ ເງິນອຸດ ໝູນເສຍສະຫຼະຊີວິດງວດທີ 1 ປະຈຳປີ 2021 ໃຫ້ກະຊວງປ້ອງ ກັນປະເທດ ຈຳນວນ 3 ທ່ານ, ເປັນເງິນທັງໝົດ
88.038.000 ກີບ. ການມອບເງິນນະໂຍບາຍ ໃນຄັ້ງນີ້ ແມ່ນເປັນການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ເສຍສະຫຼະຊີວິດ ຍ້ອນ
ການສູ້ຮົບ ແລະ ຮັບໃຊ້ການ ສູ້ຮົບໃນພາລະກິດຮັບໃຊ້ການ ປະຕິວັດຊາດປະຊາທິປະໄຕ.

     ສະຫາຍ ພົນຈັດ ຕະວາ ສີທາ ດວງມາລາ ກໍໄດ້ໂອ້ລົມຕໍ່ບັນດາ ຄອບຄົວ ຜູ້ທີ່ໄດ້ຮັບເງິນນະໂຍ ບາຍໃນຄັ້ງນີ້ເຂົ້າໃຈແຈ້ງກ່ຽວ ກັບແນວທາງນະໂຍ
ບາຍຂອງ ພັກ-ລັດ ກໍຄືຂອງກອງທັບທີ່ ໄດ້ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນທະຫານຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະ
ຕິວັດຊາດ.

     ພາຍຫຼັງທີ່ຮັບເງິນໄປແລ້ວຕ້ອງ ນຳໄປໝູນໃຊ້ເຂົ້າໃນການພັດທະນາຄອບຄົວ ໃຫ້ນັບມື້ນັບດີຂຶ້ນ ແລະ ພ້ອມກັນເສີມຂະຫຍາຍ ມູນເຊື້ອອັນດີງາມ
ຂອງເພິ່ນໃຫ້ຢູ່ ກັບລູກຫຼານສືບທອດຕໍ່ໆໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/07/2021