ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ


ພິທີລົງນາມເຊັນສັນຍາຮ່ວມກັນລະຫວ່າງສະຖາບັນການຢາ-ການແພດພື້ນເມືອງກອງທັບ ກັບສູນບໍລິການ
ຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານສປຈີນສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ

     ກະຊວງປ້ອງກັນປະເທດໄດ້ອານຸຍາດໃຫ້ສະຖາບັນການຢາ-ການແພດພື້ນເມືອງກອງທັບເຊັນສັນຍາຮ່ວມມືກັບສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງ
ແຂວງ ຢູນນານ ສປ ຈີນ ສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ, ເຊິ່ງໄດ້ມີພິທີລົງນາມເຊັນສັນຍາຢ່າງເປັນທາງການໃນວັນທີ 8 ສິງຫາ 2019 ນີ້,
ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງ
ທັບ ແລະ ສະຫາຍ ເຕິ້ງ ຢຸ້ຍປິ່ງ ເລຂາທິ ການສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານ ສປ ຈີນ, ມີຄະນະນໍາກົມເສນາຮັກ, ກົມເສດຖະກິດ,
ສະຖາບັນການຢາ-ການແພດພື້ນເມືອງກອງທັບ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນມີ ວິເສດສິນ ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບກ່າວວ່າ: ກະຊວງປ້ອງກັນປະເທດໄດ້ອານຸຍາດໃຫ້ສະຖາບັນການຢາ-ການ
ແພດພື້ນເມືອງກອງທັບປະຊາຊົນລາວເຊັນສັນຍາຮ່ວມມືກັບສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານ ສປ ຈີນ ສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງ
ບໍລິຫານ-ຈັດການວິສາຫະກິດທີ່ຂຶ້ນກັບ.

     ການສ້າງຕັ້ງບໍລິສັດດັ່ງກ່າວ ກໍເພື່ອແນໃສ່ຊຸກຍູ້ສົ່ງເສີມການພັດທະນາດ້ານການຢາ-ການແພດພື້ນເມືອງເວົ້າລວມ, ເວົ້າສະເພາະແມ່ນວຽກງານປ້ອງກັນ ແລະ ປິ່ນປົວ
ສຸຂະພາບດ້ວຍເຕັກນິກການແພດພື້ນເມືອງ ສົມທົບກັບການແພດຍຸກສະໄໝໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະດ້ານໃຫ້ມີບາດ ກ້າວໃໝ່ ທັງເປັນ
ການດຶງດູດ ແລະ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ເພື່ອດຶງດູດການລົງທຶນ ແລະ ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນຂະແໜງການຢາ-ການແພດ
ພື້ນເມືອງຂອງກອງທັບປະຊາຊົນລາວ.

     ໃນພິທີໄດ້ລົງນາມເຊັນສັນຍາຮ່ວມກັນລະຫວ່າງ ສະຫາຍ ພັນໂທ ພູເຂົາ ທະນູສອນ ຫົວໜ້າການທະຫານສະຖາບັນການຢາ-ການແພດພື້ນເມືອງກອງທັບປະຊາຊົນ
ລາວ ແລະ ສະຫາຍ ຫວັງ ຫນິງ ຜູ້ອໍານວຍການໃຫຍ່ ບໍລິສັດ ລາຍຊື ສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານ ສປ ຈີນ, ໂດຍມີສະຫາຍ ພົນ
ຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ເຕິ້ງ ຢຸ້ຍປິ່ງ ເລຂາທິການສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ
ຢູນນານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.