ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ​ ວັນສ້າງຕັ້ງສູນ​ກາງ ແນວລາວສ້າງຊາດ ຄົບຮອບ 70 ປີ


     ວັນທີ 7 ສິງຫາ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງສູນ​ກາງແນວລາວສ້າງຊາດຄົບຮອບ 70 ປີ
(13/8/ 1950-13/8/2020) ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະ
ພັກ, ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ໃນກອງປະຊຸມສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ, ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຮອງຫົວໜ້າ ກົມວສ-ປສ
ການທະຫານ ແລະ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ໄດ້ຜັດປ່ຽນກັນຂຶ້ນປາຖະກະຖາມີ 3 ໄລຍະ: ໄລຍະທີ 1 ເວົ້າເຖິງກອງ
ປະຊຸມໃຫຍ່ແນວລາວອິດສະຫຼະສະໄໝທີ I ໄດ້ເວົ້າເຖິງທິດທາງເຄື່ອນໄຫວການຕໍ່ສູ້ຢູ່ລາວ ທີ່ກອງປະຊຸມສູນກາງພັກກອມມູນິດອິນດູຈີນ ວາງອອກ ຕົ້ນປີ 1950 ແລະ
ຜ່ານການກະກຽມໄລຍະໜຶ່ງກອງປະຊຸມແນວລາວ ຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນຢູ່ ຕວຽນກວາງ ສສ ຫວຽດນາມ ໂດຍມີຜູ້ເຂົ້າຮ່ວມ 150 ສະຫາຍ ເຊິ່ງເປັນຕົວແທນ
ກຳລັງປະກອບອາວຸດທຸກພາກ. ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າແນວລາວອິດສະຫຼະ ເຊິ່ງປະກອບມີຄະນະກຳມະການສູນກາງແນວລາວ ອິດສະຫຼະ
ຈຳນວນ 15 ສະຫາຍ ໂດຍແມ່ນ ສົມເດັດເຈົ້າ ສຸພານຸວົງ ເປັນປະທານສູນກາງແນວລາວອິດສະຫຼະ. ໄລຍະທີ 2 ແມ່ນໄລຍະແນວລາວຮັກຊາດໄດ້ເວົ້າເຖິງ ການຈັດຕັ້ງ​
ເຜີຍ​ແຜ່ ກົດໝາຍຂອງພັກປະຊາຊົນລາວ, ​ເຜີຍ​ແຜ່​ແຕ່ລະ ທຸກແຜນນະໂຍບາຍ ລວມທັງນະໂຍບາຍຂອງພັກ ທັງຕໍ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຜ່ານແນວລາວ
ຮັກຊາດ ເພື່ອນຳພາປຸກລະດົມທົ່ວປວງຊົນປະຕິບັດຊຸກຍູ້ປະຊາຊົນ ບັນດາເຜົ່າ ໃຫ້ມີນ້ຳໃຈຮັກຊາດ ແລະ ເຕົ້າໂຮມຄວາມສາມັກຄີທຸກກຳລັງ ເພື່ອເປັນບ່ອນອີງອັນໜັກ
ແໜ້ນ ໃຫ້ແກ່ການຕໍ່ສູ້ໃນທົ່ວປະເທດ.

     ໄລຍະທີ 3 ແນວລາວຮັກຊາດ ໄດ້ເວົ້າເຖິງການປະຕິບັດນະໂຍບາຍຄວາມສາມັກຄີລະຫວ່າງຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວບົນພື້ນຖານພັນທະພາບ
ກຳມະກອນ-ຊາວນາ ພາຍໃຕ້ການນຳພາຂອງພັກ, ປະຕິບັດສິດເສລີພາບປະຊາທິປະໄຕຂອງ ພົນລະເມືອງ, ປຸກລະດົມຂະບວນການຟື້ນຟູເສດຖະກິດ-ສັງຄົມຂອງຊາດ,
ປັບປຸງລະບົບການສຶກສາແລະອານຸລັກວັດທະນະທຳ, ລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບຄວາມຮູ້ຂອງປະຊາຊົນ ໃຫ້ສູງຂຶ້ນເສີມຂະຫຍາຍວັດທະນະທຳອັນດີງາມຂອງ
ຊາດ ແລະ ຕ້ານກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກອິດທິປໍລະປັກ.

     ໃນຕອນທ້າຍພິທີ ສະຫາຍ ຫົວໜ້າ ກົມຍັງໄດ້ກ່າວ​ອີກວ່າ: ການປາຖະກະຖາໃນຄັ້ງນີ້ເພື່ອເວົ້າເຖິງຄວາມພິລະອາດຫານ, ເຫດການຕ່າງໆທີ່ເປັນມູນເຊື້ອ ແລະ ຖືເປັນຜົນງານຄຸນງາມຄວາມດີຂອງບັນພະບູລຸດ ແລະ ບັນດາທ່ານຜູ້ນຳຮຸ່ນກ່ອນໄດ້ສ້າງວິລະກຳໄວ້ທັງເປັນການຫວນຄືນມູນ​ເຊື້ອ ແລະ ສ້າງຈິດສຳນຶກໃຫ້ພະນັກງານ-ນັກຮົບຮຸ່ນສືບທອດ ໄດ້ພ້ອມກັນສຶກສາຮ່ຳຮຽນກຳໄດ້ແລະນຳມາໝູນໃຊ້ເຂົ້າໃນຊີວິດຕົວຈິງ.