ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານ​ໂດ​ສ​ ໃຫ້ ສປປ ລາວ


ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ

     ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ໂດຍການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ
ລາວ, ໄດ້ ຈັດຂຶ້ນໃນວັນທີ 11 ສິງຫາ 2021, ທີ່ກະຊວງສາທາລະນະສຸກ, ຕາງໜ້າລັດຖະບານຈີນກ່າວມອບໂດຍ ສະຫາຍ ຈ່ຽງ ຈາຍຕຸ່ງ ເອກ ອັກຄະ
ລັດຖະທູດ ແຫ່ງ ສປ ຈີນ ປະຈຳສປປ ລາວ ແລະ ຕາງໜ້າ ລັດຖະບານລາວ ກ່າວຮັບໂດຍ ສະຫາຍ ພັນຄຳວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ
ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ພະນັກງານທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

     ໃນພິທີດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈເປັນ
ຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທີ່ໄດ້ຈັດສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.000.000 ໂດສ ມາຊ່ວຍ ສປປ
ລາວ ໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

     ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນ
ລາວ ເພື່ອເປັນການຢືນຢັນເຖິງການເປັນເພື່ອນມິດ ສະຫາຍ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ
4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ເຊິ່ງປີນີ້ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ
ຄົບຮອບ 60 ປີ, ຖືເປັນປີມິດຕະພາບລະຫວ່າງ ສອງປະເທດທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

     ສະຫາຍ ພັນຄຳ ວິພາວັນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍບໍ່ວ່າຍາມໃດ ກໍມີຄວາມເປັນຫ່ວງເປັນໃຍຕໍ່ ສປປ ລາວ ໂດຍ
ສະເພາະໃນສະພາບປັດຈຸບັນທີ່ ສປປ ລາວ ກຳລັງສຸມໃສ່ໃນການຮັບມືກັບບັນຫາແຮງງານລາວທີ່ຕິດເຊື້ອມາຈາກຕ່າງປະເທດມີຈຳນວນເພີ່ມຂຶ້ນຫຼາຍໃນ
ແຕ່ລະວັນ. ໃນຄະນະດຽວກັນ, ລັດຖະບານ ແລະ ປະຊາຊົນຈີນ ກໍໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອອັນລ້ຳຄ່າ
ມາໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນັ້ນ, ການສັກວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຄວາມ
ຈຳເປັນສໍາຄັນໃນການປ້ອງກັນຊີວິດຂອງປະຊາຊົນລາວໃນຂອບ ເຂດທົ່ວປະເທດ. ການຊ່ວຍເຫຼືອໃນຄັ້ງນີ້ຈະເປັນການປະກອບສ່ວນສຳຄັນເຮັດໃຫ້ ສປປ
ລາວ ສາມາດບັນລຸເປົ້າໝາຍການສັກວັກຊີນໃຫ້ພົນລະເມືອງລາວໄດ້ 50% ຂອງພົນລະເມືອງພາຍໃນ ປີ 2021 ນີ້.

     ໃນໂອກາດດຽວກັນ, ສະຫາຍ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນ
ໄຍຂອງ ສປ ຈີນ ຕໍ່ລັດຖະບານ ແລະ ປະຊາຊົນລາວ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃນການຊ່ວຍ
ໜູນເຊິ່ງກັນ ແລະ ກັນ ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/08/2021