ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າກົມ​ພະນັກງານ​ລະຫວ່າງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່


ພິທີມອບ-ຮັບໜ້າທີ່

     ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຜູ້ໃໝ່ຈັດຂຶ້ນໃນ ວັນ
ທີ 11 ສິງຫາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ກົມ, ຫ້ອງການ, ກົມກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງ ກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ຫົວໜ້າ ກົມພະນັກງານຜູ້ເກົ່າໄດ້ລາຍງານ ສະພາບການເຄື່ອນໄຫວວຽກງານຕາມພາລະບົດບາດຂອງ ກົມພະນັກງານໃນໄລຍະຜ່ານ
ມາ, ໂດຍສະຫາຍ ກ່າວວ່າ: ພາລະບົດບາດຂອງກົມພະນັກງານ ເຊິ່ງເປັນເສນາທິການໃຫ້ແກ່ ກົມໃຫຍ່ການເມືອງກອງທັບ, ຕະຫຼອດໄລຍະຜ່ານມາ ກົມໄດ້
ເອົາໃຈໃສ່ຫັນເອົາມະຕິ, ຄຳສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດເປັນພື້ນຖານ ແລະ ບ່ອນອີງໃຫ້ແກ່ການຄົ້ນຄວ້າແຜນງານດ້ານວຽກ
ງານກໍ່ສ້າງພະນັກງານ, ມີຄວາມໂປ່ງໃສໃນການແຈກຢາຍຕົວເລກໃຫ້ແກ່ບັນດາກົມ, ກົມກອງກໍາລັງຫຼວງ ແລະ ທ້ອງຖິ່ນ ເພື່ອໄປສຶກສາ ຢູ່ພາຍໃນ ແລະ
ຕ່າງປະເທດ, ຈັດຕັ້ງຄົ້ນຄວ້າທຽບຊັ້ນ, ເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ, ສັບຊ້ອນພະນັກງານ ໃຫ້ເໝາະສົມກັບຄວາມຮູ້ຄວາມສາມາດ,
ກໍາແໜ້ນຊີວະປະຫວັດ ແລະ ການເຄື່ອນໄຫວຂອງພະນັກງານຂັ້ນຕ່າງໆ. ນອກນີ້ແລ້ວ, ກົມພະນັກງານ ຍັງເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-
ແນວຄິດໃຫ້ແກ່ພະນັກງານອາວຸໂສເຂົ້າບໍານານ, ກໍ່ສ້າງພະນັກງານຮຸ່ນສືບທອດປ່ຽນແທນຕາມທິດຊີ້ນໍາຂອງຄະນະພັກກະຊວງປ້ອງກັນປະເທດ.

     ໂອກາດນີ້ ສະຫາຍຮອງ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນ, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກ
ສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ຊີ້ນໍາ-ນຳພາ ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ປັບປຸງແບບ
ແຜນວິທີເຮັດວຽກ ໃຫ້ສອດຄ່ອງ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ, ສືບຕໍ່ຈັດຕັ້ງປະຕິບັດຂົງເຂດວຽກງານປິ່ນອ້ອມ 4 ໜ້າທີ່ ໃຫຍ່
26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໃຫ້ປາກົດຜົນເປັນຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/08/2021