ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນບົດບັນທຶກຊ່ວຍຈຳ ລະຫວ່າງ 2 ກົມໃຫຍ່ ເຕັກນິກ ກອງທັບປະຊາຊົນ ລາວ-ຫວຽດນາມ


ເຊັນບົດບັນທຶກຊ່ວຍຈໍາລະຫວ່າງ 2 ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ

     ພິທີເຊັນບົດບັນທຶກຊ່ວຍຈໍາລະຫວ່າງ 2 ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນ
ໃນວັນທີ 11 ສິງຫາ 2022, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ
ປະຊາຊົນລາວ ພ້ອມຄະນະ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນຕີ ເຈີ່ນ ມິງ ດຶກ ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ພ້ອມຄະ
ນະ, ມີຄະນະກົມພົວພັນຕ່າງປະເທດ ແລະ ກົມທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ.

     ເພື່ອຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໃນໄລຍະປີ 2020-2024 ໃຫ້ໄດ້ດີ, ແຜນການຮ່ວມມືປີ 2023 ແລະ ປີຕໍ່ໄປ
ລະຫວ່າງ 2 ກະຊວງປ້ອງກັນປະເທດ, ກໍຄືກົມໃຫຍ່ເຕັກນິກຂອງສອງປະເທດໄດ້ເປັນເຈົ້າການຊີ້ນໍາ, ປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍບັນດາ
ເນື້ອໃນການຮ່ວມມືກ່ຽວກັບວຽກງານເຕັກນິກການທະຫານທີ່ໄດ້ກໍານົດ ແລະ ແລກປ່ຽນເອກະສານລະອຽດຫຼາຍດ້ານນຳກັນ ເພື່ອໃຫ້ການຮ່ວມມືດັ່ງກ່າວ
ມີຄວາມໜັກແໜ້ນ ແລະ ມີປະສິດທິຜົນສູງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ກົມໃຫຍ່
ເຕັກນິກກອງທັບປະຊາຊົນລາວ ເພື່ອສໍາຫຼວດກວດກາຄືນບັນດາວຽກງານທີ່ໄດ້ຮ່ວມມືກັນໃນໄລຍະຜ່ານມາ ພ້ອມວາງແຜນເພີ່ມທະວີການຮ່ວມມືໃນ
ໄລຍະຍາວ. ດັ່ງນັ້ນ, ຈຶ່ງໄດ້ຈັດຕັ້ງພິທີເຊັນບົດບັນທຶກຊ່ວຍຈຳຮ່ວມກັນໃນມື້ນີ້.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ກ່າວວ່າ: ການເຊັນບົດບັນທຶກຊ່ວຍຈຳໃນຄັ້ງນີ້, ເຊິ່ງພໍດີຢູ່ໃນທ່າມກາງບັນຍາກາດທີ່ສອງພັກ,
ສອງລັດ, ສອງກອງທັບ ລາວ-ຫວຽດນາມ ກໍາລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022 ຢ່າງເປັນຂະບວນການຟົດຟື້ນ ແລະ
ເບີກບານມ່ວນຊື່ນ. ພ້ອມທັງສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນ
ການຕໍ່ ສປປ ລາວ ຕະຫຼອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ, ກໍຄືໄລ ຍະສ້າງສາພັດທະນາປະເທດຊາດ, ການຕ້ານໄພພິບັດທາງທໍາມະຊາດ ແລະ ການລະ
ບາດຂອງ ພະຍາດ ໂຄວິດ-19, ພິເສດ ແມ່ນປັດຈຸບັນໂລກມີການຜັນແປຢ່າງສັບສົນ, ແຕ່ສອງຊາດ ລາວ-ຫວຽດນາມ ຍັງຮັກສາແໜ້ນ ຄວາມສາມັກ
ຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນ.

     ໂອກາດດຽວກັນ, ສະຫາຍ ພົນຕີ ເຈິ່ນມິງດຶກ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ
ພາບ ແລະ ມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະ
ເທດ ຫວຽດນາມ-ລາວ ແມ່ນມີການພົວພັນ ເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນ ແລະ ໄດ້ຮັບໝາກຜົນໜ້າເພິ່ງພໍໃຈ. ພ້ອມກັນນັ້ນ, ສະຫາຍຍັງໃຫ້ຄໍາ
ໝັ້ນສັນຍາວ່າ, ກົມໃຫຍ່ເຕັກນິກກອງທັບກໍຄື ກະຊວງປ້ອງກັນປະເທດຫວຽດນາມ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ກົມໃຫຍ່ເຕັກນິກກໍຄື ກະຊວງປ້ອງກັນ
ປະເທດລາວ ໃນການກໍ່ສ້າງບຸກຄະລາກອນ, ການຂົນສົ່ງ, ການປັບປຸງບັນດາສາງຕ່າງໆ ຂອງກົມໃຫຍ່ເຕັກນິກ ແລະ ອົບຮົມການປົກປັກຮັກສາ-ສ້ອມແປງ
ພາຫະນະຕ່າງໆ ໃຫ້ແກ່ເຫຼົ່າຮົບເຕັກນິກຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/08/2022