ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານເຕັກນິກການທະຫານ ສືບຕໍ່ອົບຮົມກໍ່ສ້າງນັກສຶກສາ 3 ເປົ້າໝາຍ

     ວິທະຍາຄານເຕັກນິກການທະຫານ ໄດ້ເປີດສົກຮຽນປະຈຳປີ 2017-2018 ໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ
ວຽງສະຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຊິ່ງມີຄະນະພັກ-ຄະນະອຳນວຍການພະນັກງານທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆເຂົ້າ
ຮ່ວມ.


ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ເປັນປະທານເປີດສົກຮຽນປະຈຳປີ 2017-2018 ຢູ່ວິທະຍາຄານເຕັກນິກການທະຫານ

     ພັນໂທ ຈັນສະໝອນ ລັດສະໄໝ ຫົວໜ້າຫ້ອງອົບຮົມວິທະຍາຄານດັ່ງກ່າວໄດ້ຂຶ້ນຜ່ານບົດລາຍງານ-ແຜນການອົບຮົມກໍ່ສ້າງນາຍທະຫານປະຈຳສົກ
ຮຽນປີ 2017-2018 ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດສະບັບເລກທີ 3068/ກປທ, ລົງວັນທີ 16/8/2017 ວ່າດ້ວຍການອະນຸ
ມັດເປີດສົກຮຽນ 2017-2018 ຂອງວິທະຍາຄານເຕັກນິກການທະຫານເປັນການສືບຕໍ່ປະຕິບັດແຜນຍຸດທະສາດພັດທະນາຊັບ ພະຍາກອນມະນຸດຂອງ
ພັກ-ລັດ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືວິໄສທັດຮອດປີ 2030, ແຜນຍຸດທະສາດວຽກງານເຕັກ
ນິກ-ພັດທະນາອຸດສາຫະກຳປ້ອງກັນຊາດ 10 ປີ ແລະ ແຜນການວຽກງານເຕັກນິກ-ອຸດສາຫະກຳ 5 ປີ ຂອງກົມໃຫຍ່ເຕັກນິກກອງທັບວາງອອກໃຫ້ປາກົດ
ຜົນເປັນຈິງບົນຈິດໃຈ ເພື່ອປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງກາຍເປັນກອງທັບປະຕິ ວັດທີ່ມີແບບແຜນທັນສະໄໝກຽມພ້ອມເຮັດ
ສຳເລັດໜ້າທີ່ການເມືອງໃນໄລຍະໃໝ່. ຕາມແຜນການແບ່ງປັນຕົວເລກໃນສົກຮຽນປິ 2017-2018 ນີ້ ວິທະຍາຄານເຕັກນິກການທະຫານໄດ້ຮັບມອບ
ໝາຍຈາກກະຊວງປ້ອງກັນປະເທດອົບຮົມກໍ່ສ້າງ 3 ເປົ້າໝາຍຄື: ກໍ່ສ້າງເຕັກນິກລົດໂອໂຕລະດັບອານຸປະລິນຍາລະບົບຕໍ່ເນື່ອງເປັນ ຊຸດທີ 4 ຈຳນວນ 20
ສະຫາຍ ໄລຍະເວລາກໍ່ສ້າງ 1 ປີ 6 ເດືອນ, ກໍ່ສ້າງເຕັກນິກລົດໂອໂຕລະດັບຊັ້ນກາງລະບົບປົກ ກະຕິຈຳນວນ 20 ສະຫາຍ ໄລຍະເວລາກໍ່ສ້າງ 3 ປີ, ກໍ່
ສ້າງຄຸ້ມຄອງອາວຸດ-ກະສຸນລະດັບຊັ້ນກາງລະບົບປົກກະ ຕິຈຳນວນ 40 ສະຫາຍ ໄລຍະເວລາກໍ່ສ້າງ 3 ປີ, ລວມມີຈຳນວນນັກສຶກສາເຂົ້າຮຽນໃໝ່ 80
ສະຫາຍ ແລະ ນັກສຶກສາເກົ່າ ຈຳນວນ 120 ສະຫາຍ.

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ກໍໄດ້ມີຄຳເຫັນໂອ້ລົມເພື່ອເປັນທິດຊີ້ນຳໃຫ້ແກ່ຄະນະພັກ-ຄະນະອຳນວຍການ,
ພະນັກງານຄູອາຈານ ແລະ ນັກຮຽນ-ນັກສຶກສາທົ່ວວິທະຍາຄານ ພ້ອມກັນເປັນເຈົ້າການປະຕິບັດແຜນການ-ໂຄງການຫຼັກສູດການຮຽນ-ການສອນດ້ວຍ
ນ້ຳໃຈຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ແກ່ການສິດສອນ-ອົບຮົມກໍ່ສ້າງນັກສຶກສາປະຈຳສົກຮຽນ 2017-2018 ນີ້ີ ຮັບ ປະກັນດ້ານຄຸນນະພາບ,
ສ້າງໃຫ້ໄດ້ຄູສອນດີນັກຮຽນເກັ່ງ ແລະ ການສິດສອນຕ້ອງໄດ້ປະສານສົມທົບແໜ້ນລະຫວ່າງທິດສະດີກັບການປະຕິບັດຕົວຈິງໄປພ້ອມໆກັນ.