ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວກ ຈັດຕັ້ງຫຼາຍກິດຈະກຳສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 23 ປີ

     ໃນວັນທີ 6 ຕຸລາ 2017 ນີ້, ວກ ໄດ້ຈັດຕັ້ງສະເຫຼີມສະຫຼອງ-ໂຄສະນາປາຖະກະຖາວັນຄູແຫ່ງຊາດ 7 ຕຸລາ 2017 ຄົບຮອບ 23 ປີຂຶ້ນ. ໂດຍການ
ເປັນປະທານຂອງ ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການທະຫານ ວກ ເຊິ່ງມີຄະນະພັກ, ຄະ
ນະອຳນວຍການ, ຄະນະຫ້ອງ, ຄະນະວິຊາຄູ, ພະແນກການ, ກອງພັນ, ຕະຫຼອດຮອດນັກຮຽນ-ນັກສຶກສາທຸກລະບົບເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ບຸນຈັນ ລາດຊະວົງ ເປັນປະທານຈັດຕັ້ງຫຼາຍກິດຈະກຳສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 23 ປ

     ໃນພິທີ ພັນໂທ ປ.ອ ສັນຕິສຸກ ກາງພູວົງ ຮອງຫ້ອງການເມືອງ ວກ ໄດ້ຂຶ້ນເລົ່າຫວນຄືນມູນເຊື້ອ ຄວາມເປັນມາຂອງວັນຄູແຫ່ງຊາດ ແລະ ຄວາມ
ໝາຍ, ຄວາມສຳຄັນຂອງວັນດັ່ງກ່າວ, ເຊິ່ງມວນມະນຸດໄດ້ມີການພັດທະນາຕົນເອງໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງໃນຂະບວນວິວັດທະນາການ, ຄູໝາຍເຖິງ
ຜູ້ທີ່ມີຄວາມຮູ້ປະສົບການ ເຊິ່ງສາມາດນຳໄປຖ່າຍທອດຄວາມຮູ້ ແລະ ປະສົບການໄປສູ່ຜູ້ອື່ນໆ ຮູບການນີ້ເອີ້ນວ່າ ການສອນ ແລະ ການຮຽນ, ການຈັດ
ຕັ້ງໃຫ້ມີວັນຄູແຫ່ງຊາດແມ່ນໃຫ້ພົນລະເມືອງລາວທຸກເຜົ່າໄດ້ທົບທວນຂະບວນວິວັດທະນາການແຫ່ງຊີວິດທີ່ໄດ້ເຄື່ອນໄຫວສຶກສາຮໍ່າຮຽນຈົນມາເຖິງ
ປັດຈຸບັນໄດ້ຮັບການຖ່າຍທອດຄວາມຮູ້ຫຍັງແດ່ຈາກຄູ-ອາຈານ ເປັນຕົ້ນແມ່ນປະຫວັດຂອງນາຍຄູຄຳພາຍຫຼັງໄດ້ຮຽນຈົບ ປ 6 ແລ້ວໄດ້ເຂົ້າເຝິກອົບ
ຮົມຄູເປັນຄູຜູ້ທຳອິດຂອງຄົນລາວ ເຊິ່ງເລີ່ມເປັນຄູໃນວັນທີ 7 ຕຸລາ ປີ 1907 ນອກຈາກເຮັດໜ້າທີ່ການສິດສອນແລ້ວ ຄູຄຳ ຍັງໄດ້ເຂົ້າຮ່ວມຂະບວນ
ການນຳພາປະຊາຊົນລາວລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ. ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດເປັນການສະແດງເຖິງຄວາມກະຕັນຍູ້
ຮູ້ບຸນຄຸນເປັນການເຊີດຊູກຽດສັກສີຖານະບົດບາດຂອງຄູ, ວັນຄູແຫ່ງຊາດຍັງເປັນອີກວັນນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດ ຄູບໍ່ພຽງແຕ່ປະກອບ
ສ່ວນເຂົ້າໃນວຽກງານສຶກສາອົບຮົມເທົ່ານັ້ນ, ຍັງໄດ້ເຂົ້າຮ່ວມພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ການປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ນອກນັ້ນຍັງໄດ້ຍົກໃຫ້ເຫັນຜົນສຳເລັດ ຂອງການສຶກສາຕະຫຼອດ 23 ປີ ແຕ່ປີ 1994-2017 ແລະ ເອົາໃຈໃສ່ເສີມຂະຫຍາຍມູນ
ເຊື້ອວັນຄູແຫ່ງຊາດເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຢູ່ ວກ ໄດ້ມີການຍົກລະດັບຂອງຄູຢູ່ຕະຫຼອດເວລາ ເຊິ່ງ ມັນສະແດງອອກຄື:
ດ້ານຈຳນວນຄູ-ອາຈານ ແລະ ວຸດທິການສຶກສາປະລິນຍາເອກມີ 4 ສະຫາຍ, ປະລິນຍາໂທ 16 ສະຫາຍ, ປະລິນຍາຕີ 273 ສະຫາຍ, ຊັ້ນສູງ 60 ສະ
ຫາຍ, ຊັ້ນກາງ 68 ສະຫາຍ, ຊັ້ນຕົ້ນ 33 ສະຫາຍ, ຄູສອນດີ-ສອນເກັ່ງມີ 16 ສະຫາຍ, ສອນເກັ່ງ 9 ສະຫາຍ, ສອນດີ 7 ສະຫາຍ, ກົມກອງດີເດັ່ນ 11
ກົມກອງ. ໃນຕອນທ້າຍ ຍັງໄດ້ມອບຂອງຂວັນ ແລະ ໃບຍ້ອງຍໍໃຫ້ແກ່ຄູສອນດີ-ສອນເກັ່ງ 16 ສະຫາຍ, 11 ກົມກອງນຳອີກ.

     ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 23 ປີ ( 7 ຕຸລາ 1994-7 ຕຸລາ 2017 ) ວັນທີ 4-5 ຕຸລາ 2017 ນີ້, ຢູ່ທີ່ສະໂມສອນ
ວກ ຍັງໄດ້ຈັດງານແຂ່ງຂັນກີລານັກ ຮ້ອງສຽງດີ-ໝໍລຳສຽງມ່ວນຂອງໜ່ວຍສິລະປະ-ວັນນະຄະດີສະໝັກຫຼີ້ນ ວກ ຂຶ້ນໂດຍການເປັນກຽດເຂົ້າຮ່ວມຂອງ
ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວໜ້າການທະຫານ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການມີ 5 ຫ້ອງການ ຕະຫຼອດຮອດພະນັກງານ ແລະ
ນັກຮົບ ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ, ເຊິ່ງລາຍການທີ່ນຳມາສະແດງແຂ່ງຂັນໃນຄັ້ງນີ້ມີ 34 ລາຍການຄື: ບົດຟ້ອນ 4 ລາຍການ, ຂັບ-ລຳ 4 ລາຍ
ການ. ຮ້ອງເພງດ່ຽວຍິງ-ຊາຍ 14 ລາຍການ, ຮ້ອງເພງລວມໝູ່ຍິງ-ຊາຍ 6 ລາຍການ. ເຊິ່ງເນື້ອໃນລາຍການສະແດງຕ່າງໆລ້ວນແຕ່ສ່ອງແສງໃຫ້ເຫັນມູນ
ເຊື້ອການຕໍ່ສູ້ກູ້ຊາດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວ ທັງເປັນການ
ສ່ອງແສງໃຫ້ເຫັນຊີວິດການເຄື່ອນໄຫວຂອງ ນາຍຄູຄຳ ແລະ ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດຂອງທ່ານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ
ທັງຊາດຕະຫຼອດໄລຍະຜ່ານມາ. ຜ່ານການສະແດງປະເພດຮ້ອງເພງດ່ຽວຊະນະເລີດໄດ້ແກ່ກອງພັນທີ 1, ຮ້ອງເພງລວມໝູ່ຍິງ-ຊາຍ ຊະນະເລີດໄດ້ແກ່ຫ້ອງ
ການເມືອງ, ປະເພດບົດຟ້ອນລວມໝູ່ຍິງຊະນະເລີດໄດ້ແກ່ຫ້ອງການ ວກ. ສ່ວນຂັບ-ລຳ ຊະນະເລີດໄດ້ແກ່ຫ້ອງການ ວກ ແລະ ບານສົ່ງອາວຸໂສ ຊະນະ
ເລີດໄດ້ແກ່ກອງພັນທີ 6 , ບານສົ່ງຍິງທີມຫ້ອງການ ວກ, ບານສົ່ງຊາວໜຸ່ມກອງພັນທີ 5, ກະຕໍ້ກອງພັນທີ 5, ເປຕັງປະສົມທີມຫ້ອງການເມືອງ ແລະບານ
ເຕະຊາວໜຸ່ມກອງພັນທີ 3, ໂດຍໃຫ້ກຽດກ່າວມອບຂອງຂວັນປະເພດກີລາ-ສີລະປະວັນນະຄະດີຈາກຄະນະພັກຄະນະບັນຊາຕາມລຳດັບ.