ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມບຳລຸງຄູການທະຫານໄລຍະສັ້ນໃຫ້ແກ່ ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນວັນທີ 7 ຕຸລາ 2020 ນີ້ ຢູ່ສະໂມສອນສະໝາມກີລາອາຊຽນກອງພັນ (199 ) ກົມອົບຮົມ, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີເປີດຊຸດ
ອົບຮົມບຳລຸງຄູການທະຫານໄລຍະສັ້ນໃຫ້ແກ່ ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ
ຈັນທອງ ສອນຕະອາດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ພັນແສງ
ບຸນພັນ ກຳມະການຄະນະພັກກົມໃຫຍ່, ຫົວໜ້າ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າຈາກຫ້ອງການເມືອງ, ກົມກຳລັງພົນ, ກົມ
ໂຮງຮຽນ ແລະ ຄະນະພັກ-ຄະນະບັນຊາກອງພັນ 199 ພ້ອມດ້ວຍນັກເຝິກອົບຮົມທີ່ມາຈາກກຳລັງຫຼວງ- ກຳລັງທ້ອງຖິ່ນ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ຂຶ້ນຜ່ານແຜນການເປິດຊຸດອົບຮົມບຳລຸງຄູການທະຫານ ຈຸດປະສົງແມ່ນເພື່ອແນ່ໃສ່ບຳລຸງຍົກລະດັບໃຫ້
ພະນັກງານຄູການທະຫານທີ່ເຂົ້າຫັດແອບໃຫ້ມີຄວາມຮູ້, ຄວາມເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບທິດສະດີຫຼັກການ, ວຽກງານຈັດຕັ້ງອົບຮົມຫັດແອບ, ສ້າງ
ແຜນການ-ສະຫຼຸບລາຍງານ ແລະ ມີຄວາມຊຳນິຊຳນານໃນການອົບຮົມຫັດແອບຢູ່ພາກສະໝາມຕົວຈິງ ໃນນັ້ນໄດ້ນຳ​ເອົາ ເນື້ອໃນມາອົບຮົມຄື: 1. ພາກວິ
ຊາລວມ, ຫຼັກການທຳນຽມການສອນຂອງຄູ, ວິທີສ້າງແຜນການອົບຮົມ, ວິທີສະຫຼຸບ, ລາຍງານວຽກງານອົບຮົມ, 2 , ວິຊາກີລາການທະຫານ, ທິດສະດີ
ຫຼັກການນັກຮົບແຂງແຮງ, ແລ່ນມ້າງປະກອບອາວຸດແມັດ, 3 ວິຊາການທະຫານສົມທົບ, ພາກປະຕິບັດຕົງຈິງ, 4 ວິຊາລະບຽບ, ເອກະພາບຄືນຂໍ້ກຳນົດ 7
ລະບອບ 18 ວຽກ ແລະ ຂໍ້ກຳນົດອື່ນໆ, ລະບຽບວິທີການຕ່າງໆ, ລະບຽບບຸກຄົນມືເປົ່າ, ມີປືນຄົງທີ່ ແລະ ເຄື່ອນທີ່, ລະບຽບຮູບແຖວຂັ້ນໝູ່, ກອງພັນ
ນ້ອຍ, ພາກປະຕິບັດຕົວຈິງ, 5. ວິຊາສິລະປະຍຸດ ທະຫານຮາບ: ແມ່ນຈະຮຽນທິດສະດີຍິງປືນທະຫານຮາບ ແລະ ຫຼັກການ ນຳໃຊ້ກ້ອງPSO-1, ບົດຍິງ
ປະສານໝູ່ບຸກຕີ, ຫຼັກການຈັດຕັ້ງ ແລະ ວິທີອົບຮົມສິລະປະຍຸດທະຫານຮາບ, ຫຼັກການຈັດຕັ້ງ ແລະ ວິທີກວດກາ 5 ສິລະປະຍຸດທະຫານຮາບ, ພາກປະຕິ
ບັດຕົວຈິງ, 6. ວິຊາຍຸດທະວິທີທະຫານຮາບ, ເອກະພາບຄືນຫຼັກການຍຸດທະວິທີຂັ້ນຄໍ, ງໍບຸກຕີ, ຈັ່ງທ່າ, ຫຼັກການຈັດຕັ້ງ ແລະ ວິທີອົບຮົມຍຸດທະວິທີໃຫ້
ກົມກອງ, ພາກປະຕິບັດຫັດແອບຍຸດທະວິທີ ( ຫັດແອບລວບລວມ ), ແລະ 7. ແຕ່ງບົດສອນ ແລະ ສອນທົດລອງແຕ່ລະວິຊາ: ສະເໜີຫຼັກການແຕ່ງບົດ
ສອນ, ກະກຽມແຕ່ງບົດສອນແຕ່ລະວິຊາ, ຫັດແອບສິດສອນວິຊາກີລາ, ຫັດແອບສິດສອນວິຊາລະບຽບ, ຫັດແອບສິດສອນວິຊາສິລະປະຍຸດ, ຫັດແອບສິດ
ສອນວິຊາຍຸດທະວິທີການເປີດຊຸດອົບຮົມບຳລຸງໃນຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 45 ວັນຈິ່ງຈະອັດລົງ.