ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາກອງພົນທີ 2 ເຂົ້າວາງພວງມາລາແລະກະຕ່າດອກໄມ້ ເຖີ່ງນັກຮົບປະຕິວັດໃນໂອກາດວັນສ້າງຕັ້ງກົມກອງ ຄົບຮອບ 40 ປີ


     ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ 2 ຄົບຮອບ 40 ປີ (12/10/1981-12/ 10 /2021), ໃນວັນທີ 12 ຕຸລາ 2021 ນີ້, ຄະນະນຳກອງພົນທີ 2
ນໍາໂດຍ ສະຫາຍ ພົນຈັດຕະວາ ວຽງແກ້ວ ສິສຸລາດ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອະນຸ
ສາວະລີ ນັກຮົບນິລະນາມ (ຂອງກົມກອງ) ການວາງພວງມາລາ ຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນ
ເຫຼືອເຖິງ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນດານັກຮົບປະຕິວັດທີ່ໄດ້ເສຍ ສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະ
ກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ກໍ່ຄືຄະນະພັກການທະຫານສູນກາງແລະຄະນະນໍາກົມກອງ ຈົນສາ
ມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາສູ່ປະຊາຊົນລາວບັນດາ ເຜົ່າໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆມາ.ເຊິ່ງຜົນງານ
ແລະ ຄຸນງາມ ຄວາມດີ ຂອງນັກຮົບປະຕິວັດ ແມ່ນໄດ້ ຈາລຶກໄວ້ຢູ່ໃນຄວາມຊົງຈຳຂອງພະນັກງານ-ນັກຮົບລຸ້ນສຶບທອດຕະຫຼອດໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2021