ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມູນເຊື້ອວັນປະກາດເອກະລາດ 12 ຕຸລາ 1945
(ໃນໂອກາດຄົບຮອບ 76 ປີ 12/10/1945-12/10/2021)


     ກ່ອນໜ້ານີ້ຄື ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາ ເປັນຄັ້ງທຳອິດ
ຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ວັນດັ່ງກ່າວນັ້ນໄດ້ເປັນຂີດໝາຍແຫ່ງໄຊ¬ຊະນະ ຂອງການຕໍ່ສູ້ອັນພິລະອາດຫານ,
ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫລວງ ຂອງກອງທັບ ແລະ ປະຊາຊົນເຮົາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

     ໃນທ້າຍສັດຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງເອົາປະເທດເຮົາເປັນຫົວເມືອງຂຶ້ນ ປະເທດລາວ ໄດ້ສູນເສຍເອກະ
ລາດ ປະຊາຊົນລາວ ໄດ້ຂາດອິດສະລະພາບກາຍເປັນຂ້ອຍຂ້າຂອງຕ່າງຊາດ ດ້ວຍມູນເຊື້ອບໍ່ຍອມຈຳນົນ, ປະຊາຊົນລາວ ບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານ
ພວກລ່າເມືອງຂຶ້ນ ຝຣັ່ງຢ່າງເນື່ອງນິດລຽນຕິດ, ຕັ້ງແຕ່ມື້ທຳອິດທີ່ພວກເຂົາໄດ້ເຂົ້າມາຮອດປະເທດລາວ; ພວກລ່າເມືອງຂຶ້ນຍິ່ງເພີ່ມທະວີການຢຶດຄອງ ແລະ
ກົດຂີ່ຂູດຮີດຫຼາຍຂຶ້ນທໍ່ໃດ, ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າກໍຍິ່ງເປີດກວ້າງອອກໄປທົ່ວທຸກແຫ່ງຫົນໃນຂອບເຂດທົ່ວປະເທດ.

     ເຖິງວ່າການຕໍ່ສູ້ໃນໄລຍະນັ້ນ ບໍ່ໄດ້ມີພັກນຳພາຂາດອາວຸດຍຸດໂທປະກອນ ອັນຈຳເປັນ ແລະ ໄດ້ຖືກປາບປາມຢ່າງຮ້າຍແຮງປ່າເຖື່ອນ ກໍຕາມ, ແຕ່ກໍໄດ້
ເຮັດໃຫ້ພວກລ່າເມືອງຂຶ້ນຕ້ອງສະທ້ານຢ້ານກົວ ແລະ ຖືກສູນເສຍເປັນຈຳນວນບໍ່ໜ້ອຍ ອັນສຳຄັນທີ່ສຸດແມ່ນໄດ້ສະແດງໃຫ້ພວກເຂົາເຫັນວ່າຄົນລາວ ມີ
ນໍ້າໃຈຮັກຊາດອັນສູງສົ່ງ ແລະ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ. ພາຍຫຼັງມະຫາປະຕິວັດເດືອນ ຕຸລາ ປີ 1917 ໄດ້ຮັບໄຊຊະນະ ແລະ ສະຫະ
ພາບໂຊວຽດໄດ້ເກີດເປັນລັດສັງຄົມນິຍົມລັດທຳອິດ ໃນໂລກ ແລະ ພາຍ¬ຫຼັງທີ່ປະທານໂຮ່ຈິມິນ ໄດ້ຄົ້ນພົບສັດຈະທຳທີ່ວ່າ “ຢາກກູ້ຊາດ ແລະ ປົດປ່ອຍ
ຊາດມັນບໍ່ມີເສັ້ນທາງອື່ນໃດນອກຈາກເສັ້ນທາງຂອງການປະຕິວັດກຳມະຊີບ”, ຂະບວນການປະຕິວັດຂອງອິນດູຈີນຕິດພັນກັບຂະບວນການປະຕິວັດໂລກ
ແລະ ເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ປີ 1930 ພັກກອມມູນິດອິນດູຈີນໄດ້ກຳ¬ເນີດເກີດຂຶ້ນ, ເຮັດໃຫ້¬ການຕໍ່ສູ້ຂອງປະຊາຊົນບັນດາປະເທດ ໃນອິນດູຈີນມີ
ແນວທາງ ແລະ ມີຍຸດທະສາດອັນຈະແຈ້ງ; ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໄດ້ກ້າວເຂົ້າສູ່ໄລຍະໃໝ່, ດ້ວຍຄຸນນະພາບອັນໃໝ່ພາຍໃຕ້ການນຳພາຊີ້
ນຳຂອງອົງຄະນະພັກແຄວ້ນລາວ ບັນດານັກຮົບກອມມູນິດຮຸ່ນທຳອິດຂອງລາວເຮົາໄດ້ເອົາຕົວເຈືອຈານເຂົ້າກັບປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ໄດ້
ດຳເນີນການໂຄສະນາຂົນຂວາຍ ແລະ ຈັດຕັ້ງຮາກຖານ ປະຕິວັດຂຶ້ນແບບປິດລັບ ຢູ່ຫຼາຍບ່ອນເປັນຕົ້ນຢູ່ບໍ່ແຮ່, ໂຮງຈັກ ໂຮງງານ, ໃນໂຮງຮຽນ, ໃນຕົວ
ເມືອງ, ໃນຊົນນະບົດ, ຄ້າຍທະຫານ; ໄດ້ເຕົ້າໂຮມ ແລະ ຈັດຕັ້ງ ນຳພາປະຊາຊົນ, ບັນດາຊັ້ນຄົນ ລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງພິລະອາດຫານ,
ເນື່ອງນິດລຽນຕິດ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວກວ້າງອອກໄປໃນທົ່ວປະເທດ ໃນຂະນະດຽວກັນນັ້ນການຈັດຕັ້ງນຳພາຊີ້ນຳ ກໍມີລັກສະນະລວມ
ສູນເປັນເອກະພາບມີຍຸດທະວີທີທີ່ຄ່ອງແຄ້ວມີຍຸດທະສາດອັນຈະແຈ້ງ ແລະ ມີແກນນຳທີ່ສະຫຼຽວສະຫຼາດເຂັ້ມແຂງ. ເມື່ອກາລະໂອກາດໄດ້ມາເຖິງ, ເປັນ
ຕົ້ນແມ່ນໃນປີ 1945 ທີ່ກອງທັບແດງໂຊວຽດໄດ້ຜາບແພ້ພວກຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີສອງ, ສ່ວນຢູ່ຫວຽດນາມການປະຕິວັດເດືອນ
ສິງຫາ ໄດ້ຮັບໄຊຊະນະ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕຫວຽດນາມຂຶ້ນໃນວັນທີ 2/9/1945 ພັກເຮົາໄດ້ເດັດດ່ຽວນຳພາປະຊາຊົນເຮົາລຸກຂຶ້ນ
ຢຶດອຳນາດການປົກຄອງໃນທົ່ວປະເທດຈາກກຳມືຂອງພວກຂຸນເສີກຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ ຂະບວນການຢຶດອຳ¬ນາດຢູ່ວຽງຈັນໄດ້ເລີ່ມຈາກ
ຂະບວນການຕໍ່ສູ້ຂອງກຳມະກອນ ແລະ ຕໍ່ມາໃນວັນທີ 23 ສິງຫາ 1945 ຈິ່ງມີການໂຮມຊຸມ¬ນຸມໃຫຍ່ທີ່ມີຄົນເຂົ້າຮ່ວມໝື່ນກວ່າຄົນ ໂດຍມີຕົວແທນ
ຂອງກຳລັງປະຕິວັດເປັນແກ່ນສານນຳພາ ແລະ ປຸກລະດົມມວນຊົນສາມັກຄີກັນເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ ອິດສະລະພາບອັນແທ້ຈິງມາໃຫ້ ປະ
ເທດຊາດ.

     ຈາກເຫດການດັ່ງກ່າວນັ້ນ ຂະບວນການຢຶດອຳນາດໄດ້ແພ່ລາມໄປຫຼາຍແຂວງເປັນ¬ຕົ້ນ: ຢູ່ສະ-ຫວັນນະເຂດ (ໃນວັນທີ 30 ສິງຫາ), ຢູ່ທ່າແຂກ
(ໃນວັນທີ 1 ກັນຍາ); ຢູ່ຊຳເໜືອ (ແຕ່ວັນທີ 26 ສິງຫາ ເຖິງຕົ້ນເດືອນ ຕຸລາ) ແລະ ຢູ່ແຂວງອື່ນໆ ຊຶ່ງໄດ້ສ້າງເງື່ອນໄຂ ໃຫ້ແກ່ການລຸກຮື້ຂຶ້ນຢຶດອຳນາດ
ຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດແຫ່ງຊາດ. ວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ມີຄວາມໝາຍປະຫວັດສາດຂອງ
ຊາດລາວເຮົາ ຍ້ອນວ່າແມ່ນມື້ທີ່ມີການໂຮມຊຸມນຸມ, ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປະຈຸບັນ) ຊຶ່ງມີມວນຊົນເຂົ້າຮ່ວມກວ່າ 2
ໝື່ນຄົນ. ໃນມື້ນັ້ນ ລັດຖະບານລາວອິດສະຫຼະໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງ
ເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ; ພ້ອມກັນນັ້ນກໍໄດ້ ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນ
ຍາທີ່ລາວໄດ້ເຊັນ ກັບຝຣັ່ງເສດ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວປະຈຸບັນ); ປະກາດແຕ່ງຕັ້ງຄະນະລັດຖະບານ
ຊົ່ວຄາວ ຊຶ່ງມີສະເດັດເຈົ້າ ສຸພານຸວົງ ຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ
ອີກດ້ວຍ. ການປະກາດເອກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ, ກໍຄືຮັບຮູ້ອະທິປະໄຕ
ຂອງຊາດລາວກໍຄື ເຂດນໍ້າແດນດິນຂອງປະເທດລາວ; ພ້ອມກັນນັ້ນກໍຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວຄົນລາວ ກໍເປັນຄົນທີ່
ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບ, ເປັນເຈົ້າຊາຕາກຳຂອງຕົນເອງ ແລະ ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ
ຄວາມຈະເລີນວັດທະນາ ຍ້ອນແນວນັ້ນ ພວກເຮົາຈິ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສຳຄັນຂອງຊາດ, ເປັນວັນ
ແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າເປັນຂ້ອຍຂ້າ; ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກ
ປົກຄອງຂອງຕ່າງຊາດ; ຈາກນັ້ນມາ ນໍ້າໃຈວັນທີ 12 ຕຸລາ ຈິ່ງກາຍເປັນມູນເຊື້ອແຫ່ງການຕໍ່¬ສູ້ມີໄຊຂອງຄົນລາວຜູ້ຮັກຊາດພາຍໃຕ້ການນຳພາຂອງພັກ,
ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2021