ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນຂັ້ນສູງ ສ ກູບາ ຢ້ຽມຢາມ ສປປ ລາວ

     ຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ປະທານສະ
ພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງສາທາລະນະລັດ ກູບາ ໄດ້ມາຢ້ຽມຢາມລັດຖະກິດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ
ແຕ່ວັນທີ 10-11 ພະຈິກ 2018. ໃນຕອນເຊົ້າຂອງວັນທີ 11 ພະຈິກ 2018, ສະຫາຍ ມີເກັນ ດີ ເອັດສ-ກາແນນ ແບຣມູເດັດສ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້
ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດຈາກ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ທໍານຽບປະທານປະເທດ.


ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ກູບາ ຢ້ຽມຢາມ ສປປ ລາວ

     ໃນໄລຍະການຢຽ້ມຢາມ, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ໄດ້ພົບປະຢ່າງເປັນທາງການກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ
ລາວ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

     ໃນການພົບປະປຶກສາຫາລື ແລະ ພົບປະຢ່າງເປັນທາງການກັບການນໍາຂອງລາວ, ສອງຝ່າຍກໍໄດ້ແຈ້ງໃຫ້ກັນຊາບສະພາບການທ່ີພ້ົນເດ່ັນຂອງສອງປະເທດ, ຕີລາຄາ
ກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນ ຫາພາກ
ພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ. ໃນໂອກາດພົບປະດັ່ງກ່າວນັ້ນ, ບັນດາສະຫາຍການນໍາຂອງລາວໄດ້ຢືນຢັນຄືນເຖິງແນວທາງສະເໝີຕ້ົນສະເໝີ
ປາຍຂອງພັກ-ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມືລະຫວ່າງສອງປະເທດໃນອານາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທ່ີເປັນມູນເຊື້ອອັນດີງາມແລ້ວ
ນັ້ນລະຫວ່າງສອງປະເທດໄດ້ສືບຕ່ໍຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂ້ືນເລ້ືອຍໆ.ພ້ອມກັນນ້ັນກໍຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ພັກ, ລັດຖະ
ບານ ແລະ ປະຊາຊົນກູບາອ້າຍນ້ອງ ທ່ີໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫືຼອອັນລ້ໍາຄ່າແກ່ພາລະກິດຕ່ໍສູ້ກູ້ຊາດຂອງປະຊາຊົນລາວໃນເມ່ືອກ່ອນ ກໍຄືພາລະກິດປົກ
ປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

     ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມີໂອກາດມາຢ້ຽມຢາມລາວອີກເທື່ອໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາ
ເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນລາວ ອ້າຍນ້ອງໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ. ໃນຄະນະດຽວກັນນັ້ນ, ສະ
ຫາຍ ຍັງໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊ້ືອລະຫວ່າງສອງ
ພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃນສະເພາະໜ້າ ແລະ ຍາວນານ ກໍຄືຄວາມມຸ່ງໝ້ັນທ່ີຈະສືບຕ່ໍໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານ
ການກ່ໍສ້າງຊັບພະຍາກອນມະນຸດ, ກີລາ ແລະ ສາທາລະນະສຸກ. ໃນໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ກໍໄດ້ເຊື້ອເຊີນ
ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຢ້ຽມຢາມ ສາທາລະນະລັດ ກູບາ ຢ່າງເປັນທາງການໃນເວລາອັນສະ
ດວກໃນຕໍ່ໜ້າ.

     ການຢ້ຽມຢາມຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ຄັ້ງນີ້ ເປັນເຫດການສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນລະຫວ່າງ ສປປລາວ ແລະ ສ
ກູບາ ເຊິ່ງໄດ້ເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ
ກໍຄືປະຊາຊົນສອງຊາດລາວ-ກູບາ ທີ່ມີມາດົນນານນັ້ນໃຫ້ນັບມ້ືນັບໄດ້ຮັບການເພ່ີມພູນຄູນສ້າງ ແລະ ພັດທະນາໄປສູ່ບາດກ້າວໃໝ່ເພ່ືອຜົນປະໂຫຍດລວມຂອງທັງສອງ
ປະເທດ. ຜົນສໍາເລັດອັນສໍາຄັນອັນໜ່ຶງຂອງການຢ້ຽມຢາມດ່ັງກ່າວນ້ີແມ່ນທັງສອງຝ່າຍ ລາວ-ກູບາ ໄດ້ເຊັນສັນຍາການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກີລາ
ແຫ່ງ ສປປ ລາວ ແລະ ສະຖາບັນກິລາພາລະສຶກສາ ແລະ ສີລະປະແຫ່ງຊາດ ສ ກູບາ ແລະ ສັນຍາການຮ່ວມມືລະຫວ່າງທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານ
ແຫ່ງ ສ ກູບາ.

     ນອກຈາກນັ້ນ, ສະຫາຍ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ຍັງໄດ້ໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ, ທ່ຽວຊົມສະຖານທີ່ປະ
ຫວັດສາດ ແລະ ວັດທະນະທໍາບາງແຫ່ງຢູ່ພາຍໃນນະຄອນຫຼວງວຽງຈັນ.