ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

     ໃນວັນທີ 8 ພະຈິກ 2018 ຜ່ານມານີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງ
ການປະຕິວັດລາວ ຄົບຮອບ 50 ປີ (30/11/1968 -30/11/2018) ໂດຍການເຂົ້າຮ່ວມເປັນປະທານຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການ
ທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງ.


ພັນເອກ ວິຊຽນ ສີສະອາດ ເປັນປະທານປາ ຖະກະຖາມູນເຊື້ອ
ວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ

     ໃນພິທີ ພັນເອກ ວິຊຽນ ສີສະອາດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງການສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການ
ປະຕິວັດລາວໃນປີ 1946-1956 ພັກເຮົາໄດ້ວາງແນວທາງຕໍ່ຕ້ານຂອງການປະຕິວັດລາວ " ຕໍ່ຕ້ານຍືດເຍື້ອຍາວນານ, ແບບປວງຊົນ ແລະ ຮອບດ້ານ " ປຸກລະດົມຂົນ
ຂວາຍ, ນຳພາການກໍ່ສ້າງຖານທີ່ໝັ້ນຂອງການປະຕິວັດເດືອນເມສາ 1948 ສູນກາງພັກຄອມມູນິດອິນດູຈີນຕົກລົງສ້າງຕັ້ງກອງຕະລຸມບອນລາວເໜືອ ໂດຍປະທານ ໄກ
ສອນ ພົມວິຫານ ເປັນຜູ້ບັນຊາ ເຊິ່ງມີໜ້າທີ່ກໍ່ສ້າງຮາກຖານ, ຈັດຕັ້ງປະກອບອາວຸດກໍ່ສ້າງຖານທີ່ໝັ້ນຢູ່ເຂດຕາເວັນອອກສ່ຽງເໜືອ, ຢູ່ທີ່ຖານທີ່ໝັ້ນລາວຮຸ່ງເມືອງຊຽງຄໍ້
ແຂວງຫົວພັນ ໄດ້ສ້າງຕັ້ງກອງທັບປະຊາຊົນລາວອິດສະຫຼະຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ1949 ກຳລັງປະກອບອາວຸດປະຕິວັດລາວ ໄດ້ຮັບການກໍ່ສ້າງຂະ
ຫຍາຍຕົວຢ່າງແຂງແຮງຍິ່ງຕີຍິ່ງໄດ້ຮັບໄຊຊະນະຢູ່ໃນສະໜາມຮົບ.

     ຕົ້ນປີ 1953 ກອງທະຫານລາວອິດສະຫຼະສົມທົບກັບກອງທະຫານອາສາສະໝັກຫວຽດນາມເປີດສາກບຸກໂຈມຕີພາກເໜືອລາວປົດປ່ອຍທັງແຂວງຫົວພັນ, ຜົ້ງສາລີ,
ຊຽງຂວາງ ແລະ ເຄິ່ງໜຶ່ງຂອງແຂວງຫຼວງພະບາງ ໄຊຊະນະຂອງບັ້ນຮົບພາກເໜືອເປັນຂີດໝາຍແຫ່ງບາດກ້າວຂະຫຍາຍຕົວກະໂດດຂັ້ນຂອງບັນດາກຳລັງອາ ວຸດລາວ
ເພື່ອນຳພາປະຊາຊົນດຳເນີນສົງຄາມປົດປ່ອຍຊາດເຊິ່ງມີຍອດສູງແມ່ນໄຊຊະນະດຽນບຽນຟູປະຫວັດ ສາດເຮັດໃຫ້ພວກລ່າເມືອງຂຶ້ນຝຣັ່ງຈຳເປັນຕ້ອງຍອມເຊັນສັນຍາເຊີ
ແນວກ່ຽວກັບອິນດູຈີນເປັນໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢູ່ລາວເຮັດໃຫ້ສະພາວະການຢູ່ລາວມີການປ່ຽນແປງ ເຊິ່ງເປັນທ່າດີໃຫ້ແກ່ການປະຕິວັດລາວ
ຢ່າງຈະແຈ້ງ, ສິ່ງດັ່ງກ່າວໄດ້ເຮັດໃຫ້ທ່າ ແລະ ກຳລັງແຮງຂອງການປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວກ້າວກະໂດດຂຶ້ນ, ເຂດເຕົ້າໂຮມສອງແຂວງໄດ້ເປັນບ່ອນຕ້ັງສຳນັກ
ງານອົງການຂອງພັກ, ແນວໂຮມເພື່ອສືບຕໍ່ຊີ້ນຳ-ນຳພາການກໍ່ສ້າງກຳລັງປະຕິວັດໃນທຸກດ້ານ ໂດຍເສີມຂະຫຍາຍໄຊຊະນະອັນໃຫຍ່ຫຼວງ ແລະ ການຂະຫຍາຍຕົວຂອງ
ການປະຕິວັດລາວ ແລະ ສືບຕໍ່ນຳພາພາລະກິດປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ມາຮອດວັນທີ 30 ພະຈິກ 1968 ສູນກາງພັກຈຶ່ງໄດ້ຕົກລົງສ້າງຕັ້ງເມືອງວຽງໄຊເປັນຖານ
ທີ່ໝັ້ນຂອງການປະຕິວັດລາວຈົນຮອດປັດຈຸບັນນີ້. ເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ເຊິ່ງເປັນສູນກາງແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກໃນພາລະກິດ
ປົດປ່ອຍຢ່າງມີໄຊ, ແມ່ນບ່ອນກຳເນີດຂອງປະຊາຊົນປະຕິວັດລາວ, ອົງການແນວລາວສ້າງຊາດ, ເປັນຖານທີ່ໝັ້ນຂອງການປະຕິວັດ, ເປັນບ່ອນສ້າງ ແລະ ຂະຫຍາຍກຳລັງ
ປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາຖານທີ່ໝັ້ນການປະຕິວັດ, ເມືອງວຽງໄຊແມ່ນຕົ້ນກຳເນີດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນສູນກາງຊີ້
ນຳຂອງພັກຕໍ່ພາລະກິດຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັກໄດ້ນຳພາສ້າງເມືອງວຽງໄຊເປັນລັດໜຶ່ງ,
ເປັນແນວຫຼັງທີ່ແກ່ນໝັ້ນ ເພື່ອເຮັດສຳເລັດພາລະກິດປະຕິວັດຊາດປະຊາທິປະໄຕຂອງຊາດລາວເຮົາ, ທັງນີ້ ກໍເພື່ອແນໃສ່ໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມມູນເຊື້ອ
ຂອງວັນດັ່ງກ່າວ ເພື່ອເປັນບ່ອນອີງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ.