ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງ​ກວດກາ​ກະກຽມສະໜາມ​
ເຝິກ​ແອບເຫຼົ່າຮົບລົດຕັງ-ຍານເກາະ


     ໃນວັນທີ 8 ພະຈິກ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິ
ການກອງທັບ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາສະໝາມເຝິກຊ້ອມຮ່ວມ ຂອງເຫຼົ່າຮົບລົດຕັງ-ຍານເກາະ ກອງທັບລາວ ກັບ ກອງທັບຣັດເຊຍທີ່ຈະ
ຈັດຂຶ້ນໃນກາງເດືອນ ທັນວາ 2019 ນີ້, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ຄຳແພງ ຍຸທະວົງ ຄະນະຊີ້ນຳພາກສະໝາມ, ຮອງຫົວໜ້າ ກົມລົດຕັງ-ຍານ
ເກາະພ້ອມດ້ວຍຄະນະ.

     ໂອກາດນີ້, ສະຫາຍ ພັນເອກ ຄຳແພງ ຍຸທະວົງ ໄດ້ລາຍງານໃຫ້ຄະນະດັ່ງກ່າວໄດ້ຮັບຊາບວ່າ: ມາຮອດປັດຈຸບັນນີ້ສະຖານທີ່ພັກຂອງທະຫານ ທີ່ຈະມາເຝິກຊ້ອມຮ່ວມ
ແມ່ນສຳເລັດແລ້ວ 100%, ສ່ວນສະໝາມຫັດ ແອບແມ່ນສຳເລັດແລ້ວ 70% ຂອງບັນດາໜ້າວຽກ, ຈາກນັ້ນສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍ
ໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ ສະຖານທີ່ເຮືອນນອນ, ເຮືອນຄົວລວມ, ຫ້ອງນໍ້າ, ຜາມໄຊເປີດຫັດແອບ, ເຂດເຕັກນິກ ແລະ ຫ້ອງປະຊຸມ, ສູນບັນຊາ ຈາກນັ້ນສະຫາຍກໍ
ໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳແກ່ຄະນະຊີ້ນຳພາກສະໝາມ, ຄະນະຮັບຜິດຊອບຈົ່ງສືບຕໍ່ເອົາໃຈໃສ່ປັບປຸງສະຖານທີ່ໃຫ້ມີຄວາມສະອາດສວຍງາມ ແລະ ເປັນເຈົ້າການໃນ
ການປ້ອງກັນເວນຍາມ ສະຖານທີ່ຄ້າຍຄູໃຫ້ມີຄວາມສະຫງົບປອດໄພ, ມີການຈັດຕັ້ງ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍກວດກາຕິດຕາມຢູ່ຕະຫຼອດເວລາ ເພື່ອ
ປ້ອງກັນຂອບເຂດດັ່ງກ່າວໃຫ້ມີຄວາມປອດໄພ 100%, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ສືບຕໍ່ກວດກາເບິ່ງສະໝາມຫັດແອບຕົວຈິງ
ຢູ່ພາກສະໝາມ ແຕ່ລະຈຸດວ່າມີຄວາມພ້ອມແລ້ວ ຫຼື ບໍ່ເຊິ່ງມາຮອດປັດຈຸບັນນີ້ສະໝາມຫັດແອບແມ່ນສຳເລັດແລ້ວ 70% ແລະ ສືບຕໍ່ເຄື່ອນໄຫວຕິດຕາມໂຄງການກວດ
ກູ້ລະເບີດທີ່ບໍ່ແຕກ ຢູ່ສະໝາມບິນທົ່ງໄຫຫີນຂອງ ກອງທັບລາວ-ຣັດເຊຍ ທີ່ພວມຈັດຕັ້ງປະຕິບັດກວດກູ້ຢູ່ພາກສະໝາມທົ່ງໄຫຫີນ ແຂວງຊຽງຂວາງ, ໂອກາດນີ້ ສະຫາຍ
ພັນເອກ ທົງໄຊ ບຸບຜາ ຄະນະຮັບຜິດຊອບຊີ້ນຳຢູ່ພາກສະໝາມ ຮອງຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນໂຄງການ
ໜຶ່ງທີ່ນອນຢູ່ໃນການຮ່ວມມືໃນການຊ່ວຍເຫຼືອ ຈາກລັດຖະບານ ຣັດເຊຍ ໃນການກວດກູ້ລະເບີດທີ່ບໍ່ທັນແຕກຢູ່ທົ່ງ ໄຫຫີນ ແຂວງຊຽງຂວາງ ໃນເນື້ອທີ່ ທັງໝົດ 120
ເຮັກຕາ ເຊິ່ງມາຮອດປັດຈຸບັນແມ່ນສຸມ ໃສ່ຕັດຫຍ້າໄດ້ 22 ເຮັກຕາ, ກວດກາໄດ້ 4.300 ຕາແມັດ, ຕອນທີ 1 ມີເນື້ອທີ່ 12 ເຮັກຕາ ເຄິ່ງ, ໃນນັ້ນສາມາດກວດພົບລູກ
ລະເບີດບົ່ມບີ້ 1 ລູກ, ລູກປືນຄົກ 60 ມມ ຈຳນວນ 2 ລູກ, ລູກປືນຄົກ 81 ມມ ຈຳນວນ 1 ລູກ, ຫົວລູກປືນ 57 ມມ ຈຳນວນ 10 ຫົວ, ລູກປືນໃຫຍ່ 155 ມມ ຈຳ
ນວນ 10 ລູກ, 105 ມມ ຈຳນວນ 1 ລູກ, ຫົວລູກປືນ 20 ມມ 26 ຫົວ, ລະເບີດມື 400 ມມ 6 ລູກ, ລະ ເບີດມື M26 ຈຳນວນ 2 ໜ່ວຍ, ສະເກັດລູກປືນຄົກ 60 ມມ
ຈຳນວນ 3 ອັນ, ຫົວລູກປືນ 12,7 ມມ 7 ຫົວ ແລະ ລະເບີດມື M33 ຈຳນວນ 1 ໜ່ວຍ, ພ້ອມທັງໄດ້ລົງ ເບິ່ງພື້ນທີ່ຕົວຈິງໃນການກວດກູ້ ຂອງທີມງານກອງທັບ ລາວ-
ຣັດເຊຍ ທີ່ພວມດຳເນີນການກວດກູ້ຢູ່ພາກສະໝາມຕົວຈິງຕື່ມອີກ.