ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການ ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດ ຢູ່ ສປປ ລາວ


     ໃນຕອນເຊົ້າຂອງວັນທີ 11 ພະຈິກ 2021 ນີ້, ທີ່ຫ້ອງປະຊຸມກົມວິທະຍາສາ-ປະຫວັດສາດ ການທະຫານ ໄດ້ຈັດພິທີສະຫຼຸບປິດໂຄງການກໍ່ສ້າງ ອະນຸ
ສາວະລີນັກບິນທະຫານອະດີດສະຫະພາບໂຊວຽດ ທີ່ໄດ້ເສຍສະຫຼະຊີວິດ ໃນການປະຕິບັດພັນທະສາກົນ ໃນປີ 1961 ຢູ່ທີ່ແຂວງຊຽງຂວາງ ລະຫວ່າງກົມ
ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ບໍລິສັດ SCS ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງ
ວ່າການກະຊວງປ້ອງກັນປະເທດ ນອກນັ້ນຍັງມີຄະນະນໍາກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂຄງການກໍ່ສ້າງອະນຸສາວະລີ ນັກບິນທະຫານອະດີດສະຫະພາບໂຊວຽດ ເກີດຂຶ້ນຈາກການປຶກສາຫາລືກັນລະຫວ່າງ ເອກອັກຄະລັດຖະທູດແຫ່ງສະຫະ
ພັນຣັດເຊຍ ປະຈໍາລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະເໜີໃຫ້ກະຊວງປ້ອງກັນປະເທດ ຄົ້ນຄ້ວາກໍ່ສ້າງອະນຸສາວະລີ ໃຫ້ນັກບິນທະຫານ
ອະດີດສະຫະພາບໂຊວຽດ ຢູ່ນະຄອນຫຼວງ ແລະ ແຂວງຊຽງຂວາງ ເພື່ອລະນຶກເຖິງຄວາມອົງອາດກ້າຫານ ຂອງທະຫານສະຫະພາບໂຊວຽດ ທີ່ໄດ້ປະກອບ
ສ່ວນເຂົ້າໃນການກອບກູ້ຊາດລາວ ໃນສະໄໝສົງຄາມ ທັງເປັນການສະແດງໃຫ້ເຫັນສາຍພົວພັນ ສອງຊາດທີ່ມີມາດົນນານ.

     ໃນພິທີດັ່ງກ່າວ, ສະຫາຍ ພັນໂທ ການບິນ ຈັນທະມາດ ຫົວໜ້າຫ້ອງການ, ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຂຶ້ນສະຫຼຸບໂດຍຫຍໍ້ກ່ຽວ
ກັບການກໍ່ສ້າງອະນຸສາວະລີ ໃຫ້ກັບນັກຮົບອະດີດສະຫະພາບໂຊວຽດ ວ່າ: ໂຄງການກໍ່ສ້າງອະນຸສາວະລີແຫ່ງທີໜຶ່ງຢູ່ບ້ານອາກາດ ເມືອງສີໂຄດຕະບອງ, ນະ
ຄອນຫຼວງວຽງຈັນ ແມ່ນອ້ອມຮອບດ້ວຍກໍາແພງສູງ 3 ແມັດ ແລະ ອ້ອມດ້ວຍຮົ້ວເຫຼັກຍາວ 90 ແມັດ ຕົບແຕ່ງດ້ວຍການປູກຕົ້ນໄມ້, ປູກຫຍ້າ, ຕິດຕັ້ງ
ລະບົບໄຟຟ້າ ແລະ ນໍ້າປະປາ. ເລີ່ມລົງມືກໍ່ສ້າງໃນວັນທີ 5 ມິຖຸນາ 2020 ສໍາເລັດ 100%ໃນວັນທີ 10 ຕຸລາ 2020. ມູນຄ່າການກໍ່ສ້າງທັງໝົດແມ່ນ:
2.233.724.000 ກີບ.

     ອີກແຫ່ງໜຶ່ງ ຄືຢູ່ບ້ານໂພນຄໍາ ເມືອງແປກ ແຂວງຊຽງຂວາງ ກໍ່ໄດ້ຕົບແຕ່ງເຊັ່ນດຽວກັນ ແລະ ເລີ່ມກໍ່ສ້າງ ໃນວັນທີ 5 ມິຖຸນາ 2020, ສໍາເລັດ
100% ໃນວັນທີ 3 ພະຈິກ 2020 ໃນມູນຄ່າກໍ່ສ້າງ 3.263.142.000 ກີບ. ໂຄງການດັ່ງກ່າວນີ້ ຈະຊ່ວຍສົ່ງເສີມສາຍພັນ ແລະການຮ່ວມມືລະຫວ່າງ
ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/11/2021