ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ຕ້ອນຮັບຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ


ພົນຕີ ຈັນທອງ ສອນຕະອາດ ຕ້ອນຮັບຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ

່     ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນຈັດຕະວາ ຊໍ
ມິນຕຸນ ຮອງຫົວໜ້າກົມຈິດຕະວິທະຍາ ແລະ ສົງຄາມຈິດຕະສາດ, ຫົວໜ້ານຳພາຄະນະສີລະປະກອນກອງທັບ ສສ ມຽນມາ ພ້ອມດ້ວຍຄະນະໃນຕອນບ່າຍ ວັນທີ 11
ທັນວາ 2018, ຢູ່ທີ່ກົມພົວພັນຕ່າງປະເທດ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ສະແດງສີລະປະມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 70 ປີ ລະຫວ່າງວັນທີ 10-17 ທັນວາ 2018 ນີ້.

     ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ພົນຈັດຕະວາ ຊໍມິນຕຸນ ພ້ອມດ້ວຍຄະນະ
ນັກສະແດງສີລະປະກອນກອງທັບແຫ່ງ ສສ ມຽນມາທີ່ໄດ້ມາສະແດງມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງເປັນການປະກອບ
ສ່ວນສຳຄັນໃນການເສີມສ້າງການຮ່ວມມືທີ່ດີລະຫວ່າງສອງກອງທັບ ລາວ-ມຽນມາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນ ພ້ອມທັງເປັນການປະກອບສ່ວນອັນສຳຄັນ
ເຂົ້າໃນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າປະກອບ
ສ່ວນເຂົ້າໃນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງກອງ ທັບ ແລະ ຍັງເປັນການໂຄສະນາມູນເຊື້ອຮີດຄອງປະເພນີ ແລະ ແລກປ່ຽນບົດ
ຮຽນທາງດ້ານສີລະປະ-ວັດທະນະ ທຳເຊິ່ງກັນ ແລະ ກັນອີກດ້ວຍ.

     ທ່ານ ພົນຈັດຕະວາ ຊໍມິນຕຸນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ກໍຄືຄະນະກົມ
ໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ແລະ ສະແດງຄວາມພາກພູມໃຈທີ່ໄດ້ນຳພາຄະນະສີລະປະກອນກອງທັບມຽນມາມາສະແດງມິດຕະພາບຮັບໃຊ້ນາຍ ແລະ
ພົນທະຫານ ກໍຄືພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໄດ້ຮັບຊົມ ແລະ ເປັນສ່ວນໜຶ່ງປະກອບ ສ່ວນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70
ປີ ໃຫ້ມີຄວາມເບີກບານມ່ວນຊື່ນ.