ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດຕ້ອນຮັບ
ການເຂົ້າຢ້ຽມຂໍ່ານັບອຳລາເອກອັກຄະລັດຖະທູດອາເມຣິກາ


     ໃນຕອນບ່າຍຂອງວັນທີ 9 ມັງກອນ ນີ້ ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ
ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ ອາເມຣິກາ ປະຈໍາ ລາວ.

     ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕໍ່ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ສໍາເລັດໜ້າທີ່ການທູດຢູ່ ສປປ
ລາວ. ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ທ່ານ ໄດ້ປະກອບສ່ວນ ເຂົ້າໃນການພົວ
ພັນຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆແກ່ ສປປ ລາວ ໂດຍສະເພາະແມ່ນການຂຸດຄົ້ນລະເບີດທີ່ບໍ່ທັນແຕກ.

     ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສ ອາເມຣິກາ ປະຈໍາລາວ ຈົ່ງມີຄວາມສຸກ ແລະ ປະ
ສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່.

     ທ່ານ ນາງ ບິດເຕີ ກໍໄດ້ຖືໂອກາດນີ້ ກ່າວສະແດງຄວາມຂອບໃຈນໍາທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ມີບັນຍາກາດເບີກ
ບານມ່ວນຊື່ນ.