ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດ ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບ​ນິລະນາມ
ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ


     ເນື່ອງໃນໂອກາດຈະເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ການນຳພັກ-ລັດ ຄະນະບໍລິຫານງານສູນກາງ
ພັກເຊິ່ງນຳໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າວາງພວງ
ມາລາຢູ່ ອະນຸສາວະລີ ນັກຮົບນິລະນາມ ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ ໃນວັນທີ 12 ມັງກອນ 2021 ນີ້, ເພື່ອເປັນການໄວ້ອາໄລເຖິງ
ດວງວິນຍານຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ, ໂດຍພາຍໃຕ້
ການຊີ້ນໍາ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ພາຍຫຼັງ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ປະເຊີນໜ້າກັບພວກລ່າເມືອງຂຶ້ນແບບ
ເກົ່າ ແລະ ແບບໃໝ່, ພັກໄດ້ແບກຫາບພາລະອັນໜັກໜ່ວງເພື່ອຊີ້ນໍາ-ນໍາພາປວງຊົນລາວ ທັງຊາດທີ່ເຕັມໄປດ້ວຍຄວາມເສຍສະຫຼະກ້າວໄປເຖິງການປົດ
ປ່ອຍປະເທດຊາດຢ່າງສົມບູນ.

     ພວກເພິ່ນເຫຼົ່ານັ້ນ, ໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ ປະຊາຊົນລາວບັນດາເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີ ຂອງພວກເພິ່ນໄດ້ຈາລຶກໃນ
ຄວາມຊົງຈໍາຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດກາລະນານ.

     ສະນັ້ນພະນັກງານ-ສະມາຊິກພັກຮຸ່ນສືບທອດ ຕ້ອງເປັນເຈົ້າການສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳ
ປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບ ປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານ
ຕ່າງໆ ຂອງພັກ-ລັດໃຫ້ສູງຂຶ້ນກວ່າເກົ່າ.