ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ຈັນທອງ ສອນຕະອາດ ລົງຢ້ຽມຢາມພົບປະ
ປະຊາຊົນບ້ານກອງລາງ ເມືອງນາແລ ແຂວງຫຼວງນ້ຳທາ


ພົນຕີ ຈັນທອງ ສອນຕະອາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານກອງລາງ ເມືອງນາແລ ແຂວງຫຼວງນໍ້າທາ

     ໃນວັນທີ 8 ກຸມພາ 2019 ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມ
ດ້ວຍພັນລະຍາ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານກອງລາງ ເມືອງນາແລ ແຂວງຫຼວງນໍ້າທາ ແລະ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈໍານວນ
ໜຶ່ງເຊິ່ງລວມມີ ຜ້າຫົ່ມ, ມຸ້ງ, ໝໍ້, ຖ້ວຍ, ບ່ວງ, ເຄື່ອງນຸ່ງນັກກີລາ, ອຸປະກອນກີລາ ແລະ ອຸປະກອນການຮຽນ ລວມມູນຄ່າ 30 ລ້ານກວ່າກີບ ໄປມອບໃຫ້ບ້ານດັ່ງກ່າວ
ເຊິ່ງກ່າວຮັບໂດຍ ທ່ານ ຄໍາສີ ເລຂາ ພັກບ້ານ, ນາຍບ້ານໆກອນລາງ ໂດຍຊ້ອງໜ້າ ທ່ານ ອີນແພງ ແສງມີໄຊ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆນາແລ ມີພັນໂທ ຄໍາ
ຄຽນ ປຸຍກໍາມະລາດ ຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງນໍ້າທາ, ມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

     ໃນໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊາຊົນ
ລາວ ຄົບຮອບ 70 ປີ (20/1/949-20/1/2019) ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ມີເນື້ອໃນຄວາມໝາຍຢ່າງເລິກເຊິ່ງ, ໂດຍສະເພາະກໍເພື່ອເປັນການເສີມ
ຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງກອງທັບກັບປະຊາຊົນ, ດັ່ງຄຳຂວັນທີ່ວ່າກອງທັບກັບປະຊາຊົນຄືປາກັບນໍ້າ, ໃນໂອກາດດຽວກັນນີ້, ເລຂາພັກບ້ານ, ນາຍບ້ານ
ກໍໄດ້ຕາງໜ້າອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານກອງລາງ, ກ່າວສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ ທ່ານ ພົນຕີ ຈັນທອງ ສອນຕະອາດ
ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳວັດຖຸສິ່ງຂອງດັ່ງກ່າວໄປມອບໃຫ້ປະຊາຊົນພາຍໃນບ້ານຢ່າງທົ່ວເຖິງ.