ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີ


     ງານສະເຫຼີມສະຫຼອງວັນສ້າງຕັ້ງ ກອງພົນທີ 1 ຄົບຮອບ 35 ປີ ຈັດຂຶ້ນຢ່າງຄຶກຄື້ນໃນ ວັນທີ 12 ກຸມພາ ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ບຸນທອງ ຈິດມະ
ນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າ ອົງການຕ້ານ
ການສໍ້ລາດບັງຫຼວງຂັ້ນສູງກາງ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາ ທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ
ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີການນຳພັກ-ລັດ, ອະດີດ ຄະນະນຳກອງພົນທີ 1 ຕົວແທນ
ຈາກກຳລັງຫຼວງ-ກຳລັງທ້ອງຖິ່ນ, ມວນຊົນຊາວ ເມືອງວັງວຽງ ແຂວງວຽງຈັນເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າ ການທະຫານ ກອງພົນທີ 1 ກ່າວວ່າ: ກ່ອນໜ້າ ນີ້ 35 ປີ ກໍຄື ວັນທີ 12 ກຸມພາ 1985, ໂດຍຕອບສະໜອງ
ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ຂອງການປະຕິວັດ, ການປັບປຸງກໍ່ສ້າງ ກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ໄປເທື່ອລະກ້າວ ກອງພົນທີ 1 ໄດ້
ຮັບການສ້າງຕັ້ງຢ່າງເປັນທາງການຢູ່ທີ່ ບ້ານ ໜອງທາເໜືອ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ການກຳເນີດເກີດຂຶ້ນຂອງກອງພົນທີ 1 ນອກຈາກເປັນເຫດການເມືອງ
ຄັ້ງປະຫວັດສາດຂອງຊາດ ຂອງກອງທັບເຮົາ ແລ້ວຍັງແມ່ນຂີດໝາຍອັນສຳຄັນຍິ່ງ ທີ່ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂອງກອງທັບປະຊາຊົນ
ລາວ, ແມ່ນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເພື່ອສ້າງກອງທັບໃຫ້ເປັນກຳລັງຫຼັກແຫຼ່ງ ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດ
ແມ່ນໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໃຫ້ໝັ້ນຄົງ.

     ພາຍຫຼັງໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ, ກອງພົນທີ 1 ກໍໄດ້ຮັບມອບໝາຍໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ
ໃຫ້ຄື: ປົກປັກຮັກສາ ນະຄອນຫຼວງວຽງຈັນ ອັນເປັນໝາກຫົວໃຈຂອງປະເທດ, ເປັນສູນກາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແຫ່ງສາທາລະ ນະລັດປະຊາທິ
ປະໄຕ ປະຊາຊົນລາວ, ເຮັດໜ້າທີ່ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ສົມທົບກັບກຳລັງທ້ອງຖິ່ນກວດລ້າງກຸ່ມກອງປຸ້ນຢູ່ ແຂວງວຽງຈັນ, ເຂດພິເສດໄຊສົມບູນ ແລະ
ບ່ອນອື່ນໆ. ພ້ອມກັນນັ້ນກໍໄດ້ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ. ສັງລວມແລ້ວຕະຫຼອດ 35 ປີ
ແຫ່ງການກໍ່ຕັ້ງ, ການປັບປຸງກໍ່ສ້າງ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງ ກອງພົນທີ 1. ບົນ ເສັ້ນທາງແຫ່ງການປະຕິວັດ 35 ປີ ຂອງການ
ທົດສອບໃນສະໜາມຮົບ, ໃນບັ້ນຮົບຕ່າງໆທີ່ໄດ້ກ່າວມານັ້ນ ໄດ້ປະເຊີນໜ້າກັບອຸປະສັກນາໆປະການ ແລະ ເຕັມໄປດ້ວຍ ຄວາມເສຍສະຫຼະທັງຊີວິດອິນຊີ ແລະ ເລືອດ
ເນື້ອ, ທັງໝົດເຫຼົ່ານັ້ນມັນໄດ້ສະແດງເຖິງການເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ທັງແມ່ນເສັ້ນທາງລະອິດ
ລະ ອ້ຽວທີ່ມີຄວາມຫຍຸ້ງຍາກສັບສົນໃນການປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ທັງຈຳນວນ ແລະ ຄຸນນະພາບ. ສາມາດເວົ້າໄດ້ວ່າ: ກອງພົນມີ
ກຳລັງທີ່ມີຄວາມສາມາດພຽງພໍ ໃນການເຄື່ອນໄຫວສູ້ຮົບ ແລະ ປະຕິບັດໜ້າທີ່ວຽກງານຕ່າງໆດ້ວຍຄຸນນະພາບ.

     ນອກນັ້ນຍັງໄດ້ຮັບຟັງ, ການໂອ້ລົມຂອງ ສະຫາຍ ປອ ບຸນທອງ ຈິດມະນີ ແລະ ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຊົມການສະແດງສວນສະໜາມຂອງ
ກ້ອນກຳລັງເຫຼົ່າຮົບ ວິຊາສະເພາະກຳລັງປ້ອງກັນໂຕ, ກ້ອນມວນຊົນ ແລະ ນ້ອງນ້ອຍເຍົາວະຊົນ, ການສະແດງກີລາການທະຫານຍຸດທະວິທີສູ້ຮົບ ຂອງເຫຼົ່າຮົບຕີພິເສດຜ່ານ
ສິ່ງກີດຂວາງ, ການໂດດຈ້ອງຂອງກອງບັນຊາການທະຫານອາກາດ, ຊົມການວາງສະແດງຍຸດໂທປະກອນ ຂອງກອງພົນ, ຊົມການວາງສະແດງເຄື່ອງຫັດຖະກຳທີ່ພະນັກ
ງານ-ນັກຮົບກົມກອງຕ່າງໆ ທົ່ວກອງພົນ ທີ່ຜະລິດໃນຄະນະທີ່ປະຕິບັດໜ້າທີ່ຂອງຕົນ.