ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາບທາມບຸກຄະລາກອນ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ​
ອົງ​ການ​ກົມ​ໃຫຍ່​ການ​ເມືອງ​ກອງທັບ ສະ​​ໄໝທີ v ຮອບ​ທີ 3


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ປະທານກອງ​ປະຊຸມ

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ V
ຮອບທີ 3, ໃນວັນທີ 12 ມີນາ 2020 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກອົງການກົມໃຫຍ່, ຄະນະພັກ - ຄະນະບັນຊາ, ກົມ, ຫ້ອງການ, ກອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິ
ຫານງານພັກ ກົມໃຫຍ່ການເມືອງກອງທັບ ຊຸດໃໝ່, ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດ
ສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງນຳໜ້າໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີ
ຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ເຄົາຮົບປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ. ຈາກ
ນັ້ນຄະນະຮັບຜິດຊອບຊີ້ນຳກ່ຽວກັບວຽກງານການປ່ອນບັດກໍໄດ້ຊີ້ແຈງອະທິບາຍບາດກ້າວຕ່າງໆ ໃນການດຳເນີນກອງປະຊຸມ ໃຫ້ເປົ້າໝາຍທີ່ເຂົ້າຮ່ວມໄດ້ໃຊ້ສິດຂອງຕົນ
ປ່ອນບັດທາບທາມບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ຮອບທີ 3 ໄດ້ສຳເລັດຕາມແຜນການ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ເນັ້ນໃຫ້ຄະນະພັກ - ຄະນະບັນຊາແຕ່ລະ ຂັ້ນຈົ່ງໃຊ້ສິດຂອງຕົນໃນການປ່ອນບັດ ແລະ ມີການໄຈ້ແຍກເບິ່ງທັດ
ສະນະຄວາມຮູ້, ຄວາມສາມາດນຳພາ - ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບບົນພື້ນ
ຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເພື່ອແນໃສ່ເຮັດໃຫ້ການຄັດເລືອກຄະນະພັກຊຸດ
ນີ້ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກ ກໍຄື: ທິດທາງແຜນການເຄື່ອນໄຫວກະກຽມກອງປະຊຸມ ໃຫຍ່ ຄັ້ງທີ V ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ໄດ້ຮັບໝາກຜົນສູງ.