ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ສອນທອງ ພົມລາວົງ ໃຫ້ທິດຊີ້ນຳຕໍ່
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກກົມໂຄສະນາອົບຮົມ


ພົນຕີ ສອນທອງ ພົມລາວົງ ໃຫ້ທິດຊີ້ນຳຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ

     ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ທີ່ຈັດຂຶ້ນໃນວັນທີ 10 ພຶດສະພານີ້, ສະຫາຍ ພົນຕີ
ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທິດຊີ້ນຳຕໍ່ໜ່ວຍພັກກົມດັ່ງກ່າວສືບຕໍ່ນຳພາເຮັດໜ້າ
ທີ່ການເມືອງຂອງຕົນໃນການເປັນເສນາທິການໃຫ້ແກ່ຄະນະພັກກົມໃຫຍ່ການເມືອງກອງທັບ ກໍຄືກະຊວງປ້ອງກັນປະເທດ ໃນວຽກງານການເມືອງ-ແນວຄິດ ແລະ ວັດທະ
ນະທຳໃນກອງທັບໃຫ້ດີກວ່າເກົ່າ.

     ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໝາະ
ກັບສະພາບຕົວຈິງ, ບົນຈິດໃຈເຄົາລົບຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ແລະ ນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

     ໃນກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາອົບຮົມ ກມທ ໄດ້ຜ່ານບົດລາຍງານການເມືອງ
ທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການເຮັດໜ້າທີ່ບົດບາດໃນການຊີ້ນໍາ-ນໍາພາສະມາ
ຊິກພັກ, ພະນັກງານ-ນັກຮົບເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກອົງການກົມໃຫຍ່ການເມືອງກອງທັບກ່ຽວກັບການເຄື່ອນໄຫວດຳເນີນວຽກງານການເມືອງ-ແນວ
ຄິດ ແລະ ວັດທະນະທໍາໃນກອງທັບ, ປັບປຸງກໍ່ສ້າງກົມກອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຮອບດ້ານ ໂດຍການສຸມສະຕິປັນຍາເຫື່ອແຮງ ແລະ ນໍາໃຊ້ທຸກພາຫະ
ນະທີ່ໄດ້ປະກອບຢູ່ໃນກົມຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ທັງຊີ້ນໍາຊຸກຍູ້ບັນດາອົງການສື່ມວນຊົນໃນກອງທັບ ກໍຄືບັນດາອົງການກົມກອງທ້ອງຖິ່ນເຮັດໜ້າທີ່ໂຄ
ສະນາສຶກສາອົບຮົມການເມືອງແນວຄິດໃນທົ່ວກອງທັບມີຜົນສໍາເລັດເປັນກ້າວໆມາ ເປັນຕົ້ນໄດ້ຈັດຕັ້ງເປີດຊຸດອົບຮົມວຽກງານໂຄສະນາໄລຍະສັ້ນທົ່ວກອງທັບຄັ້ງທີ 2
ແລະ ອົບຮົມວຽກງານໂຄສະນາປາຖະກະຖາໄລຍະສັ້ນທົ່ວກອງທັບຄັ້ງທີ 1, ຮຽບຮຽງເນື້ອໃນ ແລະ ຈັດພິມເອກະສານການເມືອງປະເພດຕ່າງໆ, ສ້າງບັນດາເອກະສານທີ່
ເປັນນິຕິກຳຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໂຄສະນາໃນທົ່ວກອງທັບໄດ້ 85 ສະບັບ, ຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ໄດ້ 34
ສະບັບ ແລະ ວຽກງານອື່ນໆຕື່ມອີກຕິດພັນກັບການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງ , ໜັກແໜ້ນ, ທັງ 4 ດ້ານບົນພື້ນຖານປະຕິບັດຕາມ 5 ຫຼັກການ 3
ທິດນໍາຂອງພັກວາງອອກ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ແລະ ການມອບໝາຍຈາກຂັ້ນເທິງໜ່ວຍພັກພວກເຮົາໄດ້ຮັບນາມມະຍົດກອງ
ແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 2 ສະໄໝ, ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 1 ສະໄໝ, ໄດ້ຮັບການຢັ້ງຢືນເປັນກົມກອງ ປອດໃສ, ປອດໄພ, ປອດຄະດີ
6 ສະໄໝ, ມີສະມາຊິກພັກແຂງຮອບດ້ານ 27 ສະຫາຍ, ແຂງ 5 ສະຫາຍ.

     ກອງປະຊຸມໄດ້ບ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ໄດ້ຕາມຄາດໝາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ພົນຈັດຕະວາ ສາຍ
ສະໝອນ ສະຫຼັບແສງ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນເອກ ຄໍາຂື່ນ ເລີດສະໄຫວ ເປັນຮອງເລຂາ ພ້ອມທັງໄດ້ບ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປ
ຮ່ວມກອງປະຊຸມໃຫຍ່ຂອງຄະນະຂັ້ນເທິງໄດ້ຕາມຄາດໝາຍ.