ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ 84 ຄົນທີ່ເຂົ້າມາປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍສຸນກາງ 103 ກອງທັບ


     ທາ່ນ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ, ໂຮງໝໍສຸນກາງ 103 ກອງທັບ ໄດ້ໃຫ້ຮູ້ວ່າໂດຍປະຕິບັດຕາມທິດຊີ້ນຳ ຂອງຄະ
ນະນຳ ກະຊວງປ້ອງກັນປະເທດ, ຄະນະສະເພາະກິດຂັ້ນສຸນກາງ ເພື່ອການຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19, ໂຮງໝໍສຸນກາງ 103 ກອງທັບ ຂອງ
ພວກເຮົາໄດ້ຖືສຳຄັນ ແລະ ກຽມພ້ອມ ໃນການ ປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ແຕ່ຫົວທີ, ເຊີ່ງລັດຖະບານ ກໍຄືຄະນະສະເພາະກິດຂັ້ນສຸນກາງ
ໄດ້ຈັດສັນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເຂົ້າມາປິ່ນປົວຢູ່ໃນໂຮງໝໍແຫ່ງນີ້ ເລີ່ມແຕ່ທ້າຍເດືອນເມສາເປັນຕົ້ນມາ, ເຊີ່ງມີທັງໝົດຈຳນວນ 84 ຄົນ, ມາ
ຮອດປັດຈຸບັນໄດ້ປິ່ນປົວຫາຍດີແລ້ວຈຳນວນ 69 ຄົນ, ສືບຕ່ໍປິ່ນປົວອີກ 15 ຄົນ. ທາ່ນ ຫົວໜ້າການທະຫານໂຮງໝໍສຸນກາງ 103 ກອງທັບ ໄດ້ກ່າວຕື່ມ
ອິກວ່າ: ເພື່ອເປັນການຮັບມືກັບພະຍາດ ແລະ ສຸມໃສ່ການປິ່ນປົວຄົນເຈັບ ໃຫ້ມີຜົນສຳເລັດ, ພວກເຮົາໄດ້ຈັດແບ່ງໜ້າວຽກອອກເປັນ 5 ໜ້າວຽກໃຫຍ່
ດັ່ງນີ້: ວຽກງານປິ່ນປົວ, ວຽກງານກັ່ນກອງ, ວຽກງານເກັບຕົວຢ່າງຂອງຄົນຂອງຄົນເຈັບ, ວຽກງານສັກວັກຊິນ ແລະ ວຽກງານປ້ອງກັນ, ໃນແຕ່ລະໜ້າ
ວຽກດັ່ງກ່າວ ແພດ-ໝໍ ພວກເຮົາໄດ້ເປັນເຈົ້າການ ສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຈູບຈ້າວຫ້າວຫັນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໂດຍຢຶດ
ໝັ້ນນ້ໍາໃຈຂອງແພດປະຕິວັດ ບໍລິການ ຮັບໄຊ້ຄົນເຈັບຢ່າງສຸດຄວາມສາມາດ, ເພາະພະຍາດນີ້ກໍຄືສັດຕູໂຕຮ້າຍກາດຂອງປະເທດ, ໃນການປິ່ນປົວຄົນເຈັບ
ພວກເຮົາໄດ້ຈັດແບ່ງອອກເປັນ 3 ຈຸໆລະ 10 ຄົນໃນ 10 ຄົນນີ້ຕ້ອງໄດ້ຜັດປ່ຽນກັນເຂົ້າເຮັດໜ້າທີ່ປິ່ນປົວຄົນເຈັບຈຸລະ 4 ຊົ່ວໂມງ ແລະ ຈຸໜື່ງແມ່ນກຳ
ນົດ 14 ວັນຈິ່ງສຳເລັດໜ້າທີ່ ແລະ ອອກມາກັກບໍລີເວນຢູ່ສຸນຕື່ມອິກ 14 ວັນ ຈິ່ງຈະສາມາດອອກໄປຫາຄອບຄົວໄດ້, ນອກຈາກທີມແພດ-ໝໍແລ້ວ ຍັງ
ມີທີມຊ່າງໄຟຟ້າ ແລະ ຊ່າງສ້ອມແປງນ້ໍາກໍໄດ້ຜັດປຽ່ນກັນ ເຂົ້າເຮັດໜ້າທີເຊັ່ນດຽວກັນ. ແນວໃດກໍຕາມຜ່ານການຕິດຕາມ ແລະ ປິ່ນປົວມານີ້ ພວກເຮົາ
ກໍພົບກັບບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍດ້ານສົມຄວນ ເພາະພະຍາດດັ່ງກ່າວແມ່ນບໍ່ມີຢາຮັກສາສະເພາະເທື່ອ, ນອກນັ້ນແພດ-ໝໍເຮົາ ກໍຍັງບໍ່ທັນມີບົດ
ຮຽນ ແລະ ປະສົບການ ແຕ່ທຸກສະຫາຍກໍໄດ້ຍົກສຸງນໍ້າໃຈ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຮັດແນວໃດໃຫ້ຄົນເຈັບຊ່ວງເຊົາ ແລະ ຫາຍດີເປັນປົກ
ກະຕິໂດຍໄວ, ນອກຈາກວຽກງານ ວິຊາສະເພາະແລ້ວບັນຫາສຳຄັນອັນໜື່ງກໍແມ່ນອຸປະກອນຮັບໄຊ້ ມີຫຼາຍອັນແມ່ນບໍ່ສາມາດຕອບສະໜອງກັນຄວາມ
ຕ້ອງການຢ່າງພຽງພໍເທື່ອ, ເຊັ່ນເຄື່ອງຊ່ວຍຫາຍໃຈ, ຈັກຕິດຕາມຄົນເຈັບ, ອົກຊີ ແລະ ອື່ນໆ ນອກນັ້ນແພດ-ໝໍ, ຜູ້ຊ່ຽວຊານຈຳນວນໜື່ງພັດແບ່ງໄປຢູ່
ຕາມໂຮງໝໍພາກສະໝາມຕື່ມອິກ.

     ໃນຕອນທ້າຍ ທາ່ນຫົວໜ້າການທະຫານ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກໆພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມບໍລິຈາກວັດຖຸປັດໄຈ, ເຫື່ອແຮງ ແລະ
ສະຕິປັນຍາປະກອບສວ່ນເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້, ໂດຍສະເພາະແມ່ນໂຮງໝໍສຸນກາງ 103 ກອງທັບ ຕະຫຼອດໄລຍະ
ທີ່ຜ່ານມາກໍມີຫຼາຍໆພາກສ່ວນທີ່ຮ່ວມບໍລິຈາກ, ສະແດງເຖິງນໍ້າຈິດນໍ້າໃຈ ແລະ ຄວາມສາມັກຄີຂອງຄົນລາວເຮົາທີ່ບໍ່ເຄີຍເຫືອດແຫ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021