ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ມີລາຍງານຜູ້ຕິດເຊື້ອ ທັງໝົດ 1,417 ຄົນ (ໃໝ່ 55),
ເສຍຊີວີດ 1 ຄົນ ແລະ ປິ່ນປົວຫາຍດີ 328 ຄົນ

     ວັນທີ 12 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ປະເດີມພອນ ສົນທະນີ,
ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະມາຖະແຫຼງຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບ ຈາກ
ການລະບາດພະຍາດ COVID-19 ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າ
ສູນວິເຄາະ ແລະ ລະບາດວິທະຍາ ຮ່ວມຖະແຫຼງນຳ ເຊິ່ງຈະເວົ້າກ່ຽວກັບ ການຕິດເຊື້ອໃນຄອບຄົວ, ການມີກໍລະນີນຳເຂົ້າຫຼາຍຢູ່ ຈຳປາສັກ ແລະ ມາດຕະ
ການຢູ່ ບໍ່ແກ້ວ. ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບ
ການການລະບາດຂອງພະຍາດ COVID-19 ດັ່ງນີ້: ມາຮອດປະຈຸບັນ ມີລາຍງານຜູ້ຕິດເຊື້ອ ທັງໝົດ 1,417 ຄົນ (ໃໝ່ 55), ເສຍຊີວີດ 1 ຄົນ (ໃໝ່ 0)
ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 328 ຄົນ(ນະຄອນຫຼວງ 31 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນ
ຄົບກຳນົດຕາມຄຳແນະນຳຂອງແພດ; ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,088 ຄົນ.

     ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 55 ຄົນ (ກໍລະນີຢັ້ງຢືນທີ 1,363 – 1,417) ສຳລັບຄົນເຈັບຕິດເຊື້ອໃໝ່ ຈາກ ແຂວງບໍ່ແກ້ວ 25 ຄົນ, ນະຄອນ
ຫຼວງ 09 ຄົນ ແລະ ຈໍາປາສັກ 21 ຄົນ. ກໍລະນີນຳເຂົ້າ 21 ກໍລະນີ ແມ່ນແຮງງານລາວ ຢູ່ແຂວງຈໍາປາສັກ ແລະ ກໍລະນີຕິດເຊື້ອ ພາຍໃນຊຸມຊົນ 34 ຄົນ
ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ.

     ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວ
ຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ. ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ມີລາຍຊື່ຂ້າງລຸ່ມ
ທີ່ໄດ້ໄປເກັບຕົວຢ່າງກວດຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອງ ໂທປະສານ ດຣ ນ ວຽງສາ
ຄອນ ຫຼວງປະດິດ ເບີໂທ 020 94095533 ຫຼື 020 55663579. ລາຍຊື່ລະອຽດມີ ດັ່ງຕໍ່ໄປນີ້: 1. ນ ນ້ອຍ ອາຍຸ 29 ປີ ບ້ານ ໂພນເຄັງ, ເມືອງໄຊ
ເສດຖາ, ນະຄອນຫຼວງວຽງຈັນ 2. ທ. ມິນຕາ ອາຍຸ 23 ປີ - ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕ ໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອໍານາດການປົກຄອງບ້ານ
ຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດດໝໍດ່ວນ, ຖ້າທ່ານໃດຮັບຮູ້ແລ້ວບໍ່ຮີດຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກ ແມ່ນ ຈະຖືກປະຕິບັດລະບຽບວິໄນ
ຕາມກົດໝາຍບ້ານເມືອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021