ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍພາກສ່ວນສືບຕໍ່ມອບເຄື່ອງບໍລິໂພກ-ອຸປະໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ

     ໃນວັນທີ 12 ພຶດສະພາ 2021 ນີ້, ມີຫຼາຍພາກສ່ວນຍັງສືບຕໍ່ມອບ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ເພື່ອຊຸກຍູ້ເຂົ້າ
ໃນວຽກງານປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19, ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໂຮງໝໍດັ່ງກ່າວ, ໃນ
ນີ້ມີ: ບໍລິສັດ ພີທີທີ (ລາວ) ຈຳກັດ ລວມມູນຄ່າ 4 ລ້ານກ່ວາກີບ, ກຸ່ມລວມນ້ຳໃຈ ຕ້ານໄພໂຄວິດ ມູນຄ່າ 2 ລ້ານກ່ວາກີບ, ຮ້ານ ເຈມາກ ມູນຄ່າ 1
ລ້ານ 5 ແສນກີບ. ທັງນີ້ກໍຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ແລະ ທັງເປັນການຊຸກຍູ້ຊ່ວຍເຫຼືອພະນັກ ງານແພດໝໍ
ທີ່ກຳລັງປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ໜ່ວຍງານປ້ອງກັນ, ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19
ຢູ່ພາຍໃນໂຮງໝໍສູນກາງ 103 ກອງທັບໃຫ້ມີກຳລັງໃຈໃນການປະຕິບັດໜ້າທີ່ໃນເວລານີ້.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ດຣ ນາງ ມາລີວອນ ສຸລິຍະແສງ ຮອງອຳນວຍການ, ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ, ໄດ້
ຕາງໜ້າຄະນະອຳນວຍການ ແລະ ພະນັກງານແພດໝໍທຸກຄົນ ຂໍສະແດງຄວາມຂອບໃຈຢ່າງສູງນຳແຕ່ລະພາກສ່ວນ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອ
ໃນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມະຄີ, ທັງເປັນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນ ທີ່ກຳລັງ
ເຮັດໜ້າທີ່ໃນເວລານີ້, ພ້ອມກ່າວອວຍພອນໄຊແຕ່ລະພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມ
ສຳເລັດໃນການດຳເນີນທຸລະກິດຂອງທ່ານ.

     ສຳລັບເຄື່ອງຕ່າງໆ ທີ່ນຳມາມອບໃນຄັ້ງນີ້ແມ່ນທາງໂຮງໝໍຈະໄດ້ແຈກຢາຍໃຫ້ບັນດາແພດໝໍທີ່ປະຕິບັດໜ້າທີ່ ແລະ ຄົນເຈັບທີ່ກໍາລັງນອນປິ່ນປົວ
ພະຍາດຢູ່ໃນໂຮງໝໍສູນກາງ 103 ກອງທັບ ໃຫ້ໄດ້ຮັບຢ່າງທົ່ວເຖິງຕາມວັດຖຸປະສົງຂອງຜູ້ມາອຸປະຖຳໃນຄັ້ງນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021