ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກອງຕ່າງໆຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ກົມກອງຕ່າງໆທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໄດ້ຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຂຶ້ນໃນຕົ້ນເດືອນມິຖຸນາ ເຖິງ ປັດຈຸ
ບັນຄື: ກອງພົນທີ 1 ມີສະຫາຍ ພັນເອກ ແສງຍືນ ລັດສະໝີ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 1, ກອງພັນໃຫຍ່ 703 ມີ ສະຫາຍ ພັນ
ເອກ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ກອງພັນໃຫຍ່ 642 ມີສະຫາຍ ພົນ
ຈັດຕະວາ ວຽງແກ້ວ ແພງສົມບັດ ຄະນະພັກອົງການກົມໃຫຍ່ ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ, ກອງບັນຊາການທະຫານແຂວງອຸດົມໄຊ
ມີສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຄະນະປະຈຳພັກແຂວງ ເລຂາພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ແລະ ໂຮງ
ງານມິດຕະພາບລາວຫວຽດ ມີສະຫາຍ ພັນເອກ ທອງພັນ ສຸທຳມະວົງ ຄະນະພັກກົມໃຫຍ່ເຕັກນິກ ກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາແຕ່ລະກົມ
ກອງເຂົ້າຮ່ວມ.


ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຢູ່ທະຫານແຂວງ ອຸດົມໄຊ

     ການຈັດຕັ້ງບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວຄະນະພັກໃນຄັ້ງນີ້ ແມ່ນເພື່ອສັງເກດຕີລາຄາຄືນຄວາມຮັບຜິດຊອບການເມືອງຂອງຄະນະ
ພັກ, ຄະນະນໍາແຕ່ລະຂັ້ນ ແລະ ສະມາຊິກພັກໃນການຈັດຕັ້ງປະຕິ ບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເພື່ອເສີມຂະຫຍາຍມູນເຊື້ອ, ຜົນ
ງານດ້ານດີຂອງພັກໃນໄລຍະຜ່ານມາ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ສັງຄົມທີ່ໄດ້ກໍານົດໄວ້ໃນມະຕິກອງ
ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸ ແນ ໃສ່ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງ
ພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ສືບຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເດັດດ່ຽວປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ ເພື່ອສ້າງ ແລະ ຍົກລະດັບຄວາມສາ ມາດນໍາພາຂອງພັກ, ຄວາມເປັນແບບ
ຢ່າງນໍາໜ້າຂອງພັກ ໂດຍຕິດພັນກັບການກວດກາຄືນຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ສ້າງໃຫ້ມີການຫັນປ່ຽນຕົວຈິງທາງດ້ານແນວ
ຄິດຄຸນສົມບັດ, ແບບແຜນນໍາພາ ແລະ ວິທີເຮັດວຽກ, ຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ, ຍົກລະດັບ
ການຄົ້ນຄວ້າກໍາແໜ້ນແນວທາງ, ກໍາແໜ້ນວຽກງານກໍ່ສ້າງພັກ ແລະ ຄວາມເປັນແບບຢ່າງເຮັດແທ້ ທໍາຈິງ, ນໍ້າໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນຂອງ
ສະມາຊິກພັກ.

     ໃນລະຫວ່າງການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກໃນຄັ້ງນີ້ ບັນດາຄະນະໜ່ວຍພັກ ແລະ ຈຸພັກແຕ່ລະຄະນະກໍໄດ້ຕີລາຄາການຊີ້ນໍາ
ນໍາພາ ແລະ ການຈັດຕັ້ງປະຕິບັດໜ້າທີ່ການເມືອງພາຍໃນພັກ ຂອງຕົນ ແລະ ຜ່ານໃບສໍາຫຼວດຕົນເອງເພື່ອປັບປຸງ, ເຊີດຊູຄວາມຮັບຜິດຊອບການປະຕິບັດ
ຫຼັກການກໍ່ສ້າງພັກ, ເຊິ່ງກ່ອນອື່ນໝົດແມ່ນຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນແກ້ໄຂ
ປາກົດການຫຍໍ້ທໍ້ພາຍໃນພັກ ເຊັ່ນ: ການຖືເບົາໃນການເຝິກຝົນຫຼໍ່ຫຼອມຕົນເອງ, ປາກົດ ການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດ
ບັງຫຼວງ, ການຝ່າຝືນລ່ວງລະເມີດກົດໝາຍທີ່ພວມປາກົດຂຶ້ນຢ່າງແຜ່ລາມຢູ່ພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.