ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າອຳນວຍຫໍພິພິທະພັນ
ປະຫວັດສາດກອງທັບປະຊາຊົນລາວລະຫວ່າງຜູ້ໃໝ່ ແລະ ຜູ້ເກົ່າ


ພົນຕີ ສອນທອງ ພົມລາວົງ ເປັນປະທານພິທີມອບ-ຮັບໜ້າທີ່ຫົວໜ້າອຳນວຍການ
ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ລະຫວ່າງຜູ້ໃໝ່ແລະຜູ້ເກົ່າ

     ໃນຕອນເຊົ້າວັນທີ 12 ມິຖຸນາ 2019 ນີ້, ຢູ່ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າອຳນວຍການຜູ້ເກົ່າ ແລະ
ຜູ້ໃໝ່ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີ
ຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງ, ພະນັກງານ-ນັກຮົບໃນຫໍພິພິທະພັນປະຫວັດສາດກອງທັບເຂົ້າຮ່ວມ.

     ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່, ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າອຳນວຍການຫໍພິ
ພິທະພັນປະຫວັດສາດກອງທັບປະຊາຊົນລາວຜູ້ ໃໝ່ ເພື່ອປະຕິບັດໃຫ້ຖືກຕ້ອງຕາມຂໍ້ຕົກລົງແຕ່ງຕັ້ງຂອງຂັ້ນເທິງ ກອງຫໍພິພິທະພັນກອງທັບຈິ່ງໄດ້ຈັດພິທີມອບ-ຮັບໜ້າ
ທີ່ລະຫວ່າ ສະຫາຍ ພັນໂທ ຈະເລີນສຸກ ວັງເວີນໂຂງ ຫົວໜ້າອຳນວຍການຜູ້ເກົ່າ ແລະ ສະຫາຍ ພັນໂທ ຄຳສີ ລີຟຸ່ງ ຫົວໜ້າອຳນວຍການຫໍພິພິທະພັນປະຫວັດສາດກອງ
ທັບຜູ້ໃໝ່ຂຶ້ນ ຈາກນັ້ນ ສະຫາຍ ພັນໂທ ຈະເລີນສຸກ ວັງເວີນໂຂງ ໄດ້ສະຫຼຸບຄືນຜ່ານການນຳພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນພາລະບົດບາດ
ໃນການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງທາງດ້ານວຽກງານໂຄສະນາທາງດ້ານປະຫວັດສາດມູນເຊື້ອຂອງກອງທັບໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ
ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຫຼັງຈາກນັ້ນໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

     ການມອບ-ຮັບໜ້າທີ່ຄັ້ງນີ້ ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບ ເຊິ່ງກອງຫໍພິພິທະພັນປະຫວັດສາດ
ກອງທັບມີໜ້າທີ່ນຳເອົາວັດຖຸກຳມູນເຊື້ອທີ່ສຳຄັນຕ່າງໆຂອງກອງທັບ ກໍຄືຂອງປະເທດຊາດນຳມາວາງສະແດງເພື່ອໂຄສະນາເຖິງຜົນງານມູນເຊື້ອຂອງກອງທັບ ຂອງຊາດ
ໃຫ້ພະນັກງານ-ນັກຮົບໃນກອງທັບໄດ້ເຂົ້າຮັບຊົມ ເພື່ອຄົ້ນຄ້ວາ ແລະ ນຳໄປຈັດຕັ້ງປະຕິບັດ ແລະ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີການພັດທະນາດີຂຶ້ນເລື້ອຍໆ.