ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ດຳເນີນກອງປະຊຸມ ຄັ້ງທີ 4 ສະໄໝທີ IV

     ການດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 4 ສະໄໝທີ IV ເພື່ອພ້ອມກັນສະຫຼຸບຕີລາຄາການຊີ້ນໍາ-ນໍາພາໃນ
ການຈັດຕັ້ງປະຕິບັດມະຕິ 3 ສະໄໝທີ IV ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດໃນໄລຍະ 6 ເດືອນຕົ້ນປີ ແລະ ກໍານົດທິດທາງສຸມໃສ່ນໍາ
ພາໃນ 6 ເດືອນທ້າຍປີ 2017, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ກໍລະກົດ 2017 ນີ້, ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ
ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍຮອງ
ເລຂາ, ຄະນະປະຈຳພັກ ແລະ ບັນດາສະຫາຍກຳມະກາຄະນະພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 4 ສະໄໝທີ IV

     ໃນວາລະກ່າວໄຂກອງປະຊຸມ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: 6 ເດືອນຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະ
ພັກກະຊວງ ກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດ ແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງພວກເຮົາສາມາດຍາດ
ໄດ້ຜົນສໍາເລັດໃນຫຼາຍດ້ານ, ເປັນຕົ້ນແມ່ນສຸມໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ຊີວິດຕົວຈິງຂອງກົມ
ກອງທ້ອງຖິ່ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ນັບທັງລະດັບສາກົນ ແລະ ລະດັບຊາດ, ເຮັດໃຫ້ສະພາບ
ທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ສະຖຽນລະພາບດ້ານການເມືອງຍັງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງແນວທາງນະໂຍບາຍຂອງພັກ
ແລະ ການພັດທະນາເສດຖະກິດ-ສັງຄົມຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ການປັບ
ປຸງກໍ່ສ້າງກອງທັບໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ, ແຕ່ກໍເຫັນວ່າຍັງມີບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນແມ່ນສະພາບຄວາມຫຍຸ້ງຍາກ
ທາງດ້ານເສດຖະກິດ-ການເງິນ, ບັນຫາໄພທໍາມະຊາດ, ບັນຫາຄວາມບໍ່ສະຫງົບທີ່ເກີດຂຶ້ນຢູ່ບາງບໍລິເວນ ແລະ ປາກົດການຫຍໍ້ ທໍ້ຕ່າງໆໃນສັງຄົມ, ບັນ
ຫາເຫຼົ່ານີ້ມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະໃນການປັບປຸງກໍ່ສ້າງກອງທັບເຮົາ.

     ໄປຄຽງຄູ່ກັນນັ້ນ, ສະເພາະກອງທັບເຮົາກໍພວມເຄັ່ງຮ້ອນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະ
ເທດວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບການສ້າງຂະບວນດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນການຈັດຕັ້ງສະເຫຼີມສະຫຼອງ 2 ວັນປະຫວັດສາດ
ລາວ-ຫວຽດນາມ (ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ), ວັນສ້າງຕັ້ງກອງທັບປະຊາ
ຊົນລາວ ຄົບຮອບ 70 ປີ ໄປພ້ອມກັບການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບໃຫ້ເລິກເຊິ່ງ ແນໃສ່ເພື່ອແກ້ໄຂຈຸດອ່ອນ, ຂໍ້ບົກ
ຜ່ອງ ແລະ ສິ່ງຫຍໍ້ທໍ້ທ້າທາຍຕ່າງໆຢ່າງເດັດຂາດ-ເຖິງຖອງ ແລະ ສ້າງພັກໃຫ້ປອດໃສ, ໜັກແໜ້ນເຂັ້ມແຂງ. ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ
ພັດທະນາປະເທດຊາດໄປຕາມຈຸດໝາຍສັງຄົມນິຍົມທີ່ພັກເຮົາໄດ້ກໍານົດໄວ້.

     ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ-ປະ
ກອບຄໍາເຫັນໃສ່ເນື້ອໃນຕ່າງໆໃຫ້ມີຜົນສໍາເລັດ, ມີຄວາມເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ, ມີຄວາມຮັບຜິດຊອບໃນການ
ເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວ
ຈິງໃຫ້ຖືກຕ້ອງທັນສະພາບການ ແລະ ຮັບປະກັນໃຫ້ການວາງແຜນວຽກໃນຕໍ່ໜ້າມີຈຸດສຸມແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ ແລະ
ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງວາງອອກດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ
ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.