ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍປະທານປະເທດ ລົງ​ຢ້ຽມຢຽມ ​ແລະ ພົບ​ປະ​ໂອ້​ລົມ
ນາຍ​ທະຫານ ​ແລະ ພະນັກງານຫຼັກ​ແຫຼ່ງ ກອງພົນທີ 4


     ໃນວັນທີ 9 ກໍລະກົດ 2020 ນີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວພົບປະ
ໂອ້ລົມນາຍ ແລະ ພົນທະຫານຢູ່ ກອງພົນທີ 4, ໂດຍການເຂົ້າຮ່ວມຂອງສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງໆ ສະຫວັນ
ນະເຂດ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-
ຄະນະບັນຊາກອງພົນທີ 4, ການນຳເມືອງອຸທຸມພອນ, ກອງພັນໃຫຍ່ 644 ແລະ ໂຮງໝໍບໍລິ ເວນ 109 ເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເລຂາຄະນະພັກ ຫົວໜ້າ ການເມືອງກອງພົນທີ 4 ໄດ້ລາຍງານສະພາບກ່ຽວກັບການຈັດຕັ້ງປະຕິບັດວຽກງານ
ຂອງກົມກອງ ໃນໄລຍະຜ່ານມາໃຫ້ ສະຫາຍ ປະທານປະເທດ ໄດ້ຮັບຮູ້ວ່າ: ກອງພົນທີ 4 ສ້າງຕັ້ງຂຶ້ນໃນ ວັນທີ 7 ພະຈິກ 1982 ເປັນກຳລັງຫຼວງເຄື່ອນທີ່ ຂອງ ກະຊວງ
ປ້ອງກັນປະເທດ ມີໜ້າທີ່ພ້ອມກັບກຳລັງປະກອບອາວຸດທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າພາກກາງ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ພາກ
ສ່ວນໜຶ່ງຂອງ ແຂວງສາລະວັນ, ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບປອດໄພ, ຄະນະພັກ-ຄະນະບັນຊາ ໄດ້ຫັນເອົາກຳລັງລົງກໍ່ສ້າງຮາກ ຖານການເມືອງພັດທະ
ນາຊົນນະບົດຮອບດ້ານຕາມ 4 ເນື້ອ 4 ຄາດໝາຍ, ຕິດພັນກັບແນວທາງປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ໄປຄວບຄູ່ກັບການປະຕິບັດທິດນຳທີ່ວ່າ: ເພິ່ງຕົນ
ເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍອີງໃສ່ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະ
ຊວງປ້ອງກັນປະເທດ ວາງອອກ.

     ໃນນີ້, ໄດ້ຫັນເອົາການເຮັດນາປີປູກເຂົ້າເປັນຫຼັກໃນເນື້ອທີ່ 143 ເຮັກຕາ, ແຕ່ລະປີສາມາດກຸ້ມຕົນເອງທາງດ້ານເຂົ້າກິນໄດ້ 3 ເດືອນ. ນອກນັ້ນ ກົມກອງຍັງໄດ້ປະ
ຕິບັດແນວທາງການຕ່າງປະເທດ ໂດຍການຮ່ວມ ມືກັບກອງທັບເພື່ອນມິດຍຸດທະສາດ.

     ໂອກາດນີ້ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ ກອງພົນທີ 4 ກໍຄືກົມກອງອ້ອມ
ຂ້າງທີ່ສາມາດເຮັດຫຼ້ອນໜ້າທີ່ຫຼາຍດ້ານ ໃນໄລຍະຜ່ານມາໂດຍຍຶດໝັ້ນໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້
ນໍາເດັດຂາດໂດຍກົງຮອບດ້ານຂອງພັກ ການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນກາຍເປັນກໍາ ລັງທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ.

     ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງຕັ້ງໜ້າກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ
ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ, ຈົ່ງໄດ້ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃນ
ການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເສີມຂະຫຍາຍມູນເຊື້ອທາດແທ້ ຂອງກໍາລັງປະກອບອາວຸດປະຕິວັດປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ-ຂອງກໍາລັງປ້ອງກັນ
ຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະດັບທິດ ສະດີວິທະຍາສາດ, ເຕັກນິກ, ສີລະປະຍຸດ-ຍຸດທະວິທີ, ຍົກ
ສູງຄວາມຮູ້, ຄວາມສາມາດໃນການນຳພາຕາມທິດຫັນກອງທັບປະຕິວັດ ແລະ ມີແບບແຜນທັນສະໄໝ.

     ພ້ອມທັງສືບຕໍ່ຫັນກໍາລັງລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ແຕ່ລະຈຸດສຸມກໍຄືເຂດຫ່າງໄກສອກຫຼີກໃນຂອບເຂດຕົນ ຮັບຜິດ
ຊອບ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ກຽມພ້ອມຊ່ວຍເຫຼືອປະຊາຊົນ ໃນທຸກສະຖານະການທີ່ອາດຈະເກີດຂຶ້ນໂດຍ ສະເພາະ
ແມ່ນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດທັງໃນຍາມສະຫງົບ ກໍຄືຍາມສັນຕິພາບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈົ່ງ
ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງພາຍໃຕ້ສະພາບການໃໝ່, ຕາມທິດກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ກາຍເປັນກໍາລັງປະກອບອາວຸດປະຕິວັທີ່
ມີແບບແຜນ ແລະ ທັນສະໄໝ, ເພີ່ມທະວີຄວາມສາມັກຄີໃຫ້ເປັນ ປຶກແຜ່ນສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງ
ພັກ, ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.