ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຮັບ​ໂຄງການ​ກໍ່ສ້າງອານຸສອນ​ສະຖານ​ຄຸກກັກ​ຂັງ​ບັນດາ​ຜູ​້ນຳ​ພັກ-​ແນວ​ລາວ​ຮັກ​ຊາດ


     ກະຊວງປ້ອງກັນປະເທດ, ໂດຍແມ່ນ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຮ່ວມກັບບໍລິສັດຜູ້ຮັບເໝົາກໍ່ສ້າງອະນຸສອນສະຖານຄຸກກັກຂັງບັນດາຜູ້ນຳພັກ-
ແນວລາວຮັກຊາດ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນວັນທີ 10 ກໍລະກົດ 2020 ນີ້, ຢູ່ທີ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍການເປັນ ປະທານ
ຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດຄ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ
ແລະ ບໍລິການຄົບວົງຈອນ ຈຳກັດຜູ້ດຽວ, ເຊິ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າກົມ ໃຫຍ່ການເມືອງກອງທັບ ພ້ອມດ້ວຍບັນດາສະຫາຍຮອງ ຫົວໜ້າກົມ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ສົມພັດ ສຸພັດທອນ ໃນນາມຜູ້ຮັບເໝົາກໍ່ສ້າງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສອນສະຖານຄຸກກັກຂັງບັນດາຜູ້ນຳພັກ-ແນວລາວສ້າງຊາດ ໄດ້ເລີ່ມລົງມືກໍ່
ສ້າງມາແຕ່ ວັນທີ 5 ກໍລະກົດ 2019 ແລະ ສຳເລັດ 100% ໃນ ວັນທີ 15 ມັງກອນ 2020, ໃນ ເນື້ອທີ 35 x 60 ແມັດ, ປະກອບດ້ວຍ 30 ຫ້ອງ ເປັນອາຄານຊັ້ນດຽວ
ສ້າງດ້ວຍເບຕົງເສີມເຫຼັກທີ່ແໜ້ນໜາ ແຕ່ລະຫ້ອງມີຂະໜາດ 2,5 x 3 ແມັດ, ແຕ່ລະຫ້ອງມີເຄື່ອງອຸປະກອນຮັບໃຊ້ຄົບຊຸດ, ນອກນັ້ນຍັງມີກຳແພງ 3 ຊັ້ນ ໂດຍແມ່ນອອກ
ແບບຈຳລອງໃຫ້ຄ້າຍຄືກັບຄຸກທີ່ກັກຂັງບັນດາຜູ້ນຳພັກ-ແນວລາວຮັກຊາດ ໃນເມື່ອກ່ອນຄື: ຊັ້ນທີ I ແມ່ນກຳ ແພງເບຕົງເສີມເຫຼັກ, ຊັ້ນທີ II ເຮັດດ້ວຍສັງກະສີ ແລະ ຊັ້ນ
ທີ III ກໍ່ສ້າງ ແລະ ອ້ອມຮອບດ້ວຍໜາມໝາກຈັບໃນມູນຄ່າການກໍ່ສ້າງທັງໝົດ 8.500.000.000 ກີບ, ປັດຈຸບັນນີ້ ການກໍ່ສ້າງໄດ້ສຳເລັດ 100% ພ້ອມທັງມອບໂຄງ
ການດັ່ງກ່າວໃຫ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນ ຜູ້ນຳໃຊ້ຄຸ້ມຄອງປົກປັກຮັກສາ ແລະ ບໍລິສັດຍັງຕິດຕາມຄຸ້ມຄອງ 12 ເດືອນຕາມສັນຍາກໍ່ສ້າງ .

     ໃນຕອນທ້າຍ, ທັງສອງຝ່າຍໄດ້ລົງເຊັນສັນຍາມອບ-ຮັບຢ່າງເປັນທາງການ, ຕາງໜ້າ ກະຊວງປ້ອງກັນປະເທດ ໂດຍແມ່ນ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວ
ໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃນນາມເຈົ້າຂອງໂຄງກາານ ແລະ ຝ່າຍຮັບເໝົາກໍ່ສ້າງ ໂດຍແມ່ນ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດ
ທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນຈຳກັດຜູ້ດຽວ, ໃນນາມຜູ້ຮັບເໝົາກໍ່ສ້າງ, ໂດຍຊ່ອງໜ້າ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວ ໜ້າກົມໃຫຍ່
ການເມືອງກອງທັບ, ເຊິ່ງມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ແລະ ໂຄງການດັ່ງກ່າວຈະເປີດນຳໃຊຢ່າງເປັນທາງການ ໃນ ວັນທີ 13 ກໍລະ
ກົດ 2020 ນີ້, ເຊິ່ງກົງກັບວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ.