ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຈັດຕະວາ ສາຍສະໝອນ ສະຫຼັບແສງຊີ້ນຳ​ວຽກງານ​ໂຄສະນາ​ອົບຮົມ​ຢູ່​ກົມ​ກອງ​ພາກ​ໃຕ້


ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ມອບເຄື່ອງສາຍໂປເຈັກເຕີໃຫ້ກອງບັນຊາການທະຫານແຂວງເຊກອງ

     ຫວ່າງບໍ່ດົນມານີ້ ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ພ້ອມຄະນະໄດ້ເຄື່ອນໄຫວລົງຊຸກຍູ້
ວຽກງານໂຄສະນາ ຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖີ່ນບັນດາ ແຂວງພາກໃຕ້ ເປັນຕົ້ນແມ່ນກອງບັນຊາການທະຫານແຂວງ ເຊກອງ, ກອງພົນ   ທີ 5 ແລະ
ໂຮງຮຽນກໍ່ສ້າງນາຍສິບເລກ II ວຽງໄຊ.

     ຢູ່ກອງບັນຊາການທະຫານ ແຂວງ ເຊກອງ ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະແນກການທີ່ກ່ຽວຂ້ອງເອົາໃຈໃສ່
ຍູ້ແຮງຂະບວນການວຽກງານໂຄສະນາ ໃຫ້ເຂັ້ມແຂງກວ້າງຂວາງຂຶ້ນກວ່າເກົ່າ ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກພ້ອມກັນເອົາໃຈໃສ່ ໃນການ
ລົງໂຄສະນາເຜີຍແຜ່ ແນວທາງຂອງພັກ-ລັດ ແລະ ມູນເຊື້ອອັນພິລະອາດຫານເຂັ້ມແຂງຂອງກອງທັບ ເພື່ອເຮັດໃຫ້ພະນັກງານ-ນັກຮົບເຂົ້າໃຈເຊື່ອໝັ້ນຕໍ່ການນຳພາຂອງ
ພັກ-ລັດ ມີແນວຄິດຫຼັກໝັ້ນ, ມີສະຕິລະວັງຕົວ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ພ້ອມກັນບຸກບືນຫ້າວຫັນ ເຮັດສຳເລັດ
ໜ້າທີ່ ທີ່ການຈັດຕັ້ງມອບໝາຍ, ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນເພື່ອພັດທະນາຕົນເອງ ແລະ ກົມກອງທ້ອງຖີ່ນ ແຂວງ ເຊກອງ ໃຫ້ກາຍເປັນກົມກອງ
ວັດທະນະທຳ-ນັກຮົບວັດທະນະທຳ ໃນຕໍ່ໜ້າຢ່າງຖືກຕ້ອງຕາມເປົ້າໝາຍ.

     ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງ ເຊກອງ ໃນຄັ້ງນີ້ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້
ມອບເຄື່ອງສາຍໂປຼເຈັກເຕີຈຳນວນ 1 ຊຸດໃຫ້ກອງບັນຊາການທະຫານ ແຂວງ ເຊກອງ ນຳອີກດ້ວຍ ແລະ ຢູ່ກອງພົນທີ 5 ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບ
ແສງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ອົງການພະແນກການທີ່ກ່ຽວຂ້ອງ ຈົ່ງສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ເປັນປົກ
ກະຕິຕໍ່ເນື່ອງເອົາໃຈໃສ່ຈັດຕັ້ງເຊື່ອມຊຶມໂຄສະນາມູນເຊື້ອວັນສຳຄັນຕ່າງໆ ຂອງຊາດ ຂອງພັກ, ຂອງລັດ, ຂອງກອງທັບ, ວັນປະຫວັດສາດສຳຄັນອື່ນໆ ມີສະຕິຕື່ນຕົວສູງ
ຕໍ່ການຈັດຕັ້ງສາມາດຕ້ານທຸກກົນອຸບາຍຫັນປ່ຽນ ໂດຍສັນຕິຂອງສັດຕູ, ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການດ້ານຕ່າງໆ ຂອງກົມກອງພ້ອມກັນເຮັດສຳເລັດໜ້າທີ່.
ຈາກນັ້ນກໍຕ້ອງສືບຕໍ່ຊຸກຍູ້ຕາໜ່າງຂ່າວຂອງ ກົມກອງຮາກຖານເຮັດວຽກງານ ໂຄສະນາເປັນກະບອກສຽງໃຫ້ແກ່ກົມກອງ ໃນການຊຸກຍູ້ບັນດາ ຂະບວນການດ້ານຕ່າງໆ
ຂອງກົມກອງໃຫ້ເປັນຂະບວນການຟົດຟື້ນ ໃນການລົງມາເຮັດວຽກຄັ້ງນີ້ ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າ ກົມໂຄສະນາອົບຮົມ ກໍຍັງໄດ້ນຳ
ເອົາເຄື່ອງໂປຼເຈັກເຕີ ຈຳນວນ 1 ຊຸດ, ຄອມພີວເຕີ 1 ຊຸດມາມອບໃຫ້ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາ ຈາກນັ້ນທ່ານ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ
ກອງພັນ 429 ແລະ ກອງພັນທີ 10 ທີ່ຂຶ້ນກັບ ກອງພັນໃຫຍ່ 501 ກອງພົນທີ 5 ຕື່ມອີກ, ສ່ວນຢູ່ໂຮງຮຽນກໍ່ສ້າງ ນາຍສິບເລກ II ວຽງໄຊ ສະຫາຍ ພົນຈັດຕະວາ ສາຍ
ສະໝອນ ສະຫຼັບແສງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານ ຄູອາຈານ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດ, ວຽກງານໂຄສະ
ນາ, ສື່ໂຄສະນາແນວທາງຂອງພັກ- ລັດ, ມູນເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຂົ້າໃຈເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ
ມີແນວຄິດຫຼັກໝັ້ນຊົນຊັ້ນດີ, ມີສະຕິລະວັງຕົວສູງ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ຂອງພັກເຮົາຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງປະຕິບັດລະບຽບວິໄນຂອງ
ໂຮງຮຽນວາງອອກໃຫ້ເຂັ້ມງວດ, ເປັນຕົ້ນແມ່ນ ປະດັບປະດາໃຫ້ຖືກຕ້ອງ ແລະ ເໝາະສົມເພື່ອເຮັດໄດ້ຕາມມາດຖານເງື່ອນໄຂໃນການກໍ່ສ້າງນັກຮົບວັດທະນະທຳ ແລະ
ກົມກອງ ວັດທະນະທຳ ໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ, ໂອກາດດຽວກັນ ສະຫາຍ ຍັງໄດ້ມອບໂປຼເຈັກເຕີພ້ອມຄອມພີວເຕີ 1 ຊຸດໃຫ້ໂຮງຮຽນນຳໃຊ້ເຂົ້າໃນວຽກງານໂຄສະ
ນາ-ອົບ ຮົມ ແລະ ລົງກວດກາຕິດຕາມບັນດາກົມກອງສ້າງເປັນກອງວັດທະນະທຳຕື່ມອີກ.