ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຫຼວງນໍ້າທາ


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຮັກສາການຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ພິທີປະກາດການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຫຼວງນໍ້າທາ ໄດ້ຈັດຂຶ້ນໃນ ວັນທີ 9 ສີງຫາ 2021, ໂດຍ
ການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັກສາການຫົວໜ້າ ກົມໃຫຍ່ເສນາທິການກອງ
ທັບ, ຄະນະກຳມະການ ປກຊ-ປກສ ສູນກາງ, ເຂົ້າຮ່ວມມີສະຫາຍ ຄໍາໄຫຼ ສີປະເສີດ ເຈົ້າແຂວງໆ ຫຼວງນໍ້າທາ, ມີຄະນະພັກ-ຄະນະບັນຊາ ສອງກອງບັນຊາ
ການທະຫານ-ຕໍາຫຼວດ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ຄໍາຜິວ ມະນີວົງ ຮອງຫົວໜ້າ ຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາ
ທິການສູນກາງພັກ ເລກທີ 142/ຄລສພ ລົງວັນທີ 22/6/2021 ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ
ຫຼວງນໍ້າທາ ແລະ ຂໍ້ຕົກລົງຂອງຄະນະກໍາມະການ ປກຊ-ປກສ ສູນກາງ ເລກທີ 11/ຄປກຊ-ປກສ ລົງວັນທີ 20/4/2021 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ
ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງຫຼວງນໍ້າທາ, ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ຄໍາໄຫຼ ສີປະເສີດ ເຈົ້າແຂວງໆ ຫຼວງ
ນໍ້າທາ ເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ສະຫາຍ ຈັນທອງ ແກ້ວ ປະເສີດ ຮອງເຈົ້າແຂວງ ເປັນຮອງປະທານ, ສະຫາຍ ພົນຈັດ
ຕະວາ ອິ່ນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ, ສະຫາຍ ພົນຈັດຕະວາ ສົມໄຊ
ຈັນທະວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ເປັນ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍກໍາມະການ
ຕື່ມອີກ 3 ສະຫາຍ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫົງບສູນກາງ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ແກ້ວ ຊໍແສນວົງ ຮອງຫົວໜ້າຫ້ອງ
ເສນາທິການທະຫານແຂວງ ເປັນຫົວໜ້າ ຫ້ອງການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຫຼວງນໍ້າທາ ຕື່ມອີກ.

     ໃນພິທີ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງການປະກາດການແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບແຂວງຄັ້ງນີ້ ແມ່ນຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ເພື່ອເປັນເສນາທິການຊ່ວຍຄະນະ
ກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໃນການເຄື່ອນໄຫວວຽກງານພາຍໃນແຂວງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃນ
ໄລຍະໃໝ່, ສະນັ້ນບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຄື່ອນໄຫວເຮັດໜ້າ
ທີ່ວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກລົງສູ່ ຮາກຖານ,
ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງ
ກັນຄວາມສະຫງົບດີໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ເຂັ້ມແຂງປະກອບສ່ວນສໍາຄັນໃນການເຂົ້າຊ່ວຍ
ເຫຼືອກອບກູ້ໄພພິບັດທາງທໍາມະຊາດ ແລະ ບັນຫາອື່ນໆ, ຮັບປະກັນໃຫ້ສະພາບທົ່ວແຂວງມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະຫງົບ
ແລະ ເປັນລະບຽບຮຽບຮ້ອຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/08/2021