ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມການ​ຮຽນ-ການສອນວິຊາ​ສິ່ງ​ແວດ​ລ້ອມ​ ໃຫ້ຄູ-ອາຈານສະຖາ​ສຶກສາ​ໃນ​ກອງທັບ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດການທະຫານ ​ເປັນ​ປະທານ

     ຊຸດອົບຮົມວຽກງານ ວິທະຍາສາດສິ່ງແວດລ້ອມ ໄດ້ຈັດຂຶ້ນຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໃນວັນທີ 10
ສິງຫາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຮອງ
ຫົວໜ້າກົມ, ຫົວໜ້າພະແນກການ, ອາຈານ ຈາກວິທະຍາໄລແຫ່ງຊາດ 3 ທ່ານ, ຄູ-ອາຈານ ຈາກ 5 ວິທະຍາຄານ ແລະ ໂຮງຮຽນການ ເມືອງກອງທັບ
ກອງລະ 2 ສະຫາຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ການເປີດຊຸດອົບຮົມຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງ ກະຊວງປ້ອງກັນ ປະເທດ ວ່າດ້ວຍການອະນຸມັດໃຫ້ບັນດາວິທະຍາຄານ ເປີດຊຸດອົບຮົມ
ແລະ ໂຮງຮຽນທິດສະດີການເມືອງກອງທັບ ສິດສອນວິຊາ ວິທະຍາສາດສິ່ງແວດລ້ອມເພີ່ມຕື່ມໃສ່ທຸກສາຂາທີ່ກອງທັບໄດ້ສິດສອນຜ່ານມາ ເຊິ່ງເປັນວິຊາ
ສອນຮູບແບບຫຼັກສູດໃໝ່ໃນກອງທັບ. ດັ່ງນັ້ນ, ຄະນະຮັບຜິດຊອບຈຶ່ງໄດ້ເປີດຊຸດອົບຮົມໃຫ້ນັກສຳມະນາກອນທີ່ຈະໄປສິດສອນຕົວຈິງໄດ້ຮັບຮູ້ເຂົ້າໃຈ
ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ນັກສຶກສາໄດ້ຕາມຄາດ. ເນື້ອໃນສິດສອນຕົວຈິງຄັ້ງນີ້ມີ 12 ບົດຄື: 1. ສິ່ງ ແວດລ້ອມ ແລະ ລະບົບນິເວດ ວິທະຍາ,
2. ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, 3. ວິວັດທະຍາການ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ,4. ທາດເຄມີ, ການຖ່າຍທອດ ພະລັງ
ງານ ແລະ ວົງຈອນທາງສິ່ງແວດລ້ອມ, 5. ມົນລະພິດທາງສິ່ງແວດລ້ອມ, 6. ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, 7. ການປ່ຽນ ແປງດິນຟ້າອາກາດ ແລະ ການ
ປັບຕົວ, 8. ຄຸນລັກສະນະ ແລະ ການຄຸ້ມຄອງດິນບໍລິເວນນໍ້າ, 9. ຜົນສະທ້ອນຈາກຄວາມຫຍຸ້ງຍາກຕໍ່ສະພາບແວດລ້ອມ ແລະ ກົນໄກການພັດທະນາ
ແບບຍືນຍົງ, 10. ຄວາມຮູ້ພື້ນຖານໃນ ການປະເມີນຜົນກະທົບທາງສິ່ງແວດລ້ອມທຳມະຊາດ-ສັງຄົມ,11. ຈະລິຍະທຳດ້ານສິ່ງແວດລ້ອມ, 12. ນິຕິກຳ
ທີ່ກ່ຽວຂ້ອງກັບການຄຸ້ມຄອງສິ່ງແວດລ້ອມ.

     ຊຸດອົບຮົມຈະໄດ້ດຳເນີນໄປ ເປັນເວລາ 4 ວັນ ຈຶ່ງຈະສຳເລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/08/2021