ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ 303 ເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດຊຸດທີ 27 ປະຈຳປີ 2017

     ໂຮງຮຽນ 303 ເປີດຊຸດອົມຮົມກໍ່ສ້າງນາຍສິບຕີພິເສດຊຸດທີ 27 ຂຶ້ນ ໃນວັນທີ 5 ກັນຍາ 2017 ນີ້, ຢູ່ທີ່ສະໂມສອນຂອງກົມກອງ ໂດຍການ
ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ
ບັນດາສະຫາຍຄະນະກົມ, ຄະນະພັກ-ຄະນະອໍານວຍການ, ຕະຫຼອດຮອດນັກເຝິກອົບຮົມ ແລະ ແຂກຖືກເຊີນເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດຊຸດທີ 27 ປະຈຳປີ 2017

     ພັນໂທ ຄໍາແສງ ແກ້ວດວງດີ ຫົວໜ້າການທະຫານໂຮງຮຽນ 303 ໄດ້ຜ່ານແຜນການກໍ່ສ້າງນາຍສີບຕີພິເສດຊັ້ນຕົ້ນຊຸດທີ 27 ປະຈໍາ
ປີ 2017-2018, ສໍາລັບເນື້ອໃນທີ່ນໍາມາອົບຮົມປະກອບ ມີ 6 ພາກຄື: ພາກການເມືອງ, ພາກວິຊາລວມ, ພາກສິລະປະຍຸດ, ພາກຍຸດທະວິທີ,
ພາກວິຊາການທະຫານ, ພາກພະລາທິການ 4, ໃຊ້ເວລາອົບຮົມທັງໝົດເປັນເວລາ 10 ເດືອນ. ນອກຈາກເຝິກແອບຮ່ຳຮຽນດ້ານສິລະປະຍຸດ-ຍຸດ
ທະວິທີແລ້ວ, ໂຮງຮຽນຍັງຖືສຳຄັນໃນການເຝິກຝົນຫຼໍ່ຫຼອມທາງດ້ານແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ທາງດ້ານທິດສະດີ, ສະຕິ
ປັນຍາມີຄວາມສາມາດທາງດ້ານວິຊາສະເພາະ ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນທີ່ເຂັ້ມງວດ.

     ໃນໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຫຼາຍບັນຫາທີ່ສຳຄັນ ເຊິ່ງກ່ອນອື່ນທ່ານໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະອໍານວຍການໂຮງຮຽນທີ່ໄດ້ກະກຽມແຜນການຮຽນ-ການສອນສໍາເລັດຜົນ ແລະ ພ້ອມທັງຊີ້ນຳໃຫ້ຄະນະ
ພັກ-ຄະນະອຳນວຍການ, ພະນັກງານ-ຄູອາຈານ, ນັກຮຽນຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແຜນການ-ໂຄງການຫຼັກສູດການຮຽນ-ການສອນເພື່ອ
ຮັບປະກັນໃຫ້ແກ່ການສິດສອນໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້, ພະນັກງານ-ນັກຮົບ ຕ້ອງເປັນແບບຢ່າງນຳໜ້າທຸກຂົງເຂດວຽກງານ, ຍົກສູງ
ຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍເພື່ອຮັບປະກັນການຮຽນ-ການສອນບັນລຸໝາກຜົນເກີນຄາດໝາຍ.