ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໝຸ່ມກົມ ວສ-ປສ ການທະຫານ ລົງຊ່ວຍປະຊາຊົນຕ້ານໄພນ້ຳຖ້ວມ

     ນັບແຕ່ວັນທີ 6-9 ກັນຍາ 2018 ນີ້, ຊາວໜຸ່ມກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ຈຳນວນ 80 ກວ່າຄົນ,
ນຳ ໂດຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າພະແນກບໍລິຫານ ໄດ້ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ຂອບເຂດບ້ານເວີນ
ຄຳ, ບ້ານທ່າສະຫວ່າງ, ບ້ານຫາດກ້ຽງ ແລະ ບ້ານໂນນບໍ່ແກ້ວ.


ຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມເຂດເມືອງໄຊທານີ

     ການລົງຊ່ວຍເຫຼືອປະຊາຊົນຄັ້ງນີ້ ແມ່ນໄລຍະນໍ້າງື່ມຍື່ງຂຶ້ນແຮງ, ສະນັ້ນໄດ້ເລັ່ງຊ່ວຍປະຊາຊົນຂົນເຄື່ອງໄປໄວ້ບ່ອນສູງບ່ອນທີ່ປອດໄພ ແລະ ໄລຍະຕໍ່
ມາແມ່ນເອົາລົດເຊອາໄປແບ່ງເບົາພາລະຂອງປະຊາຊົນທີ່ມີຄວາມຈຳເປັນໃນການນຳໃຊ້ເສັ້ນທາງແຕ່ທ່າງ່ອນຈົນຮອດເວີນຄຳ, ໂດຍໄດ້ລົງປະຕິບັດໜ້າທີ່
ໃນທຸກໆຕອນແລງແຕ່ 16:00 ໂມງ ຮອດ 20:00 ໂມງ ແລະ ຕໍ່ຮອດ 22:00 ໂມງກາງຄືນ ເພື່ອຊ່ວຍປະຊາຊົນຂົນລົດຈັກ ແລະ ແກ່ຄົນໄປສົ່ງທີ່ບ້ານ
ເວີນຄຳໄລຍະທາງນໍ້າຖ້ວມປະມານ 3 ກິໂລ ແມັດຮອດບ່ອນປອດໄພ, ຄາດວ່າຖ້ານໍ້າຍັງຖ້ວມສູງຂຶ້ນຕື່ມ ຊາວໜຸ່ມກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ກໍຈະສືບຕໍ່ຊ່ວຍປະຊາຊົນຕໍ່ໄປອີກ ແລະ ນໍ້າບົກແຫ້ງກໍຈະຊ່ວຍຂົນເຄື່ອງຈາກບ່ອນປອດໄພມາໄວ້ໃຫ້ຄອບຄົວຄືເກົ່າ ເພື່ອເປັນການຊ່ວຍກຳລັງ
ແລະ ຍານພາຫະນະໃຫ້ປະຊາຊົນກັບສູ່ເຮືອນຊານຂອງຕົນໄດ້ເປັນປົກກະຕິ.