ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງສາລະວັນ ແລະ ທະຫານຊາຍແດນແຂວງ ເທື່ອ ທຽນ ເຫວ້ ຮັດແໜ້ນສາຍພົວພັນ

     ໃນລະຫວ່າງວັນທີ 9-11 ຕຸລາ 2017 ນີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງສາລະວັນ ນຳໂດຍ ພັນເອກ ພູວັນ ພິມມະຈັນ ຮອງເລຂາຄະ
ນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ
13 ກັບກອງບັນຊາການທະຫານຊາຍແດນແຂວງ ເທື່ອ ທຽນ ເຫ້ວ ແຫ່ງ ສສ ຫວຽດນາມ ເພື່ອພົບປະແລກປ່ຽນສະພາບການຂອງ ວຽກງານຊາຍແດນ
ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ພັນເອກ ພິເສດ ຫງວຽນ ວັນ ຮ່ຽນ ກຳມະການພັກແຂວງ, ຮອງເລຂາຄະນະພັກ, ຫົວໜ້າກອງບັນຊາການທະຫານ
ຊາຍແດນແຂວງ ເທື່ອ ທຽນ ເຫວ້ ພ້ອມດ້ວຍຄະນະ, ຢູ່ທີ່ກອງບັນຊາການທະຫານຊາຍແດນແຂວງ ເທື່ອ ທຽນ ເຫວ້ ແຫ່ງ ສສ ຫວຽດນາມ.


ກອງບັນຊາການທະຫານແຂວງ ສາລະວັນ ຮັດແໜ້ນສາຍພົວພັນກັບກອງບັນຊາການທະຫານຊາຍແດນແຂວງ ເທື່ອ ທຽນ ເຫ້ວ ແຫ່ງ ສສ ຫວຽດນາມ

     ໃນກອງປະຊຸມ ທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານສະພາບຕ່າງໆທີ່ເກີດຂື້ນພາຍໃນແຂວງຂອງຕົນ ໂດຍສະເພາະສະພາບການລຽບຕາມຊາຍແດນ
ຂອງສອງແຂວງ, ຕີລາຄາຄືນການຈັດຕັ້ງປະຕິບັດບັນດາເນື້ອ ໃນບົດບັນທຶກກອງປະຊຸມສາມັນ ຄັ້ງທີ 12 ຜ່ານມາ ແລະ ຄົ້ນຄວ້າເນື້ອໃນຂອງກອງປະຊຸມ
ລະຫວ່າງລັດຖະບານ ສປປ ລາວ ກັບລັດຖະບານ ສສ ຫວຽດນາມ ກ່ຽວກັບການແກ້ໄຂບັນຫາຄົນຍົກຍ້າຍຖິ່ນຖານເສລີ ແລະ ການແຕ່ງດອງບໍ່ຖືກຕ້ອງ
ໃນຂອບເຂດພື້ນທີ່ຊາຍແດນຂອງສອງປະເທດ ທັງໝົດນັ້ນເຫັນວ່າມີຄວາມສະຫງົບເປັນຢ່າງດີ, ສອງຝ່າຍພ້ອມກັນຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍ
ແດນແຫ່ງຊາດ, ປຸກລະດົມຂົນຂວຍປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນໃຫ້ຮັບຮູ້ກ່ຽວກັບຂໍ້ກຳນົດກົດລະບຽບ ລວມທັງກົດໝາຍລະຫວ່າງປະເທດ, ສຶກ
ສາມູນເຊື້ອ, ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ, ທັງສອງຝ່າຍໄດ້ສັງ
ເກດຄືນສະພາບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນທີ່ເຄື່ອນໄຫວຄ້າຂາຍເຖື່ອນ, ຄ້າຢາເສບຕິດ, ການເຂົ້າ-ອອກເມືອງຜິດກົດ
ໝາຍ, ບັນຫາສາດສະໜາ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ແລະ ບັນຫາອື່ນໆ ຕໍ່ບັນຫາດັ່ງກ່າວນີ້ ທັງສອງຝ່າຍກໍໄດ້ພ້ອມກັນປຶກສາຫາລື ແລະ
ເອກະພາບກັນກ່ຽວກັບວິທີການ, ມາດຕາການຕ້ານ ແລະ ສະກັດກັ້ນແກ້ໄຂບັນດາປາກົດ ການຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວ, ນອກຈາກນັ້ນ ຍັງໄດ້ກຳນົດ
ທິດທາງແຜນການຮ່ວມມືກັນໄລຍະສັ້ນ ແລະ ໄລຍະຍາວແຕ່ນີ້ຮອດປີ 2020 ເປັນຕົ້ນແມ່ນການແລກປ່ຽນພົບປະກັນພ້ອມກັນແກ້ໄຂກ່ຽວກັບວຽກງານ
ຄຸ້ມຄອງ-ປົກປັກຮັກສາຊາຍແດນຂັ້ນກອງບັນຊາການທະຫານແຂວງສາລະວັນ ກັບກອງບັນຊາການທະຫານຊາຍແດນແຂວງ ເທື່ອ ທຽນ ເຫວ້ ແມ່ນ 6 ເດືອນຕໍ່ຄັ້ງ, ຂັ້ນກົມກອງຮາກຖານ ແລະ ຂັ້ນກອງຮ້ອຍປ້ອງກັນຊາຍແດນແມ່ນ 3 ເດືອນຕໍ່ຄັ້ງທັງນີ້ກໍເພື່ອເຮັດໃຫ້ບັນຫາຕ່າງໆທີ່ເກີດຂຶ້ນຕາມເສັ້ນຊາຍ ແດນຂອງສອງແຂວງ ສາລະວັນ-ເທື່ອທຽນເຫວ້ ຖືກແກ້ໄຂໂດຍໄວທັນສະພາບການ ແລະ ສ້າງໃຫ້ຊາຍແດນກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ-ມິດ
ຕະພາບ ແລະ ການຮ່ວມມືຮອບດ້ານ, ຈາກນັ້ນທັງ ສອງຝ່າຍກໍໄດ້ເຊັນບົດບັນທຶກຮ່ວມກັນ ແລະ ຜັດປ່ຽນກັນມອບຂອງຂວັນເຊິ່ງກັນ ແລະ ກັນ.