ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ເສຍຊິວິດເພີ່ມ 3 ຄົນ,ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ
(ຕິດເຊື້ອພາຍໃນ ມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ)


     ການຖະແຫຼງຂ່າວປະຈໍາວັນທີ 12 ຕຸລາ 2021, ໂດຍທ່ານ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ ບົວ
ຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 11 ຕຸລາ
2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,240 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ (ຕິດເຊື້ອ
ພາຍໃນ ມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 540 ຄົນ ຊຶ່ງມີລາຍລະອຽດຈາກແຂວງ
ທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້: ນະຄອນຫຼວງ 387 ຄົນ: ມີ 7 ເມືອງ ແລະ 113 ບ້ານ, ເມືອງຈັນທະບູລີ ມີ 24 ຄົນ, 12
ບ້ານ ເມືອງສີໂຄດຕະບອງ ມີ 33 ຄົນ, 21 ບ້ານ,ເມືອງໄຊເສດຖາ ມີ 132 ຄົນ, 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ), ເມືອງສີສັດຕະນາກມີ 27 ຄົນ,
10 ບ້ານ , ເມືອງນາຊາຍທອງ ມີ 42 ຄົນ, 7 ບ້ານ,ເມືອງໄຊທານີ ມີ 80 ຄົນ, 29 ບ້ານ (ສະຖານທີ່ຈຳກັດບໍລິເວນ 33 ຄົນ), ເມືອງຫາດຊາຍຟອງ ມີ
40 ຄົນ, 14 ບ້ານ ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ , ແຂວງຫຼວງພະບາງ 52 ຄົນ: ນະຄອນຫລວງພະບາງ ມີ 14 ບ້ານ, 33 ຄົນ, ເມືອງງອຍ ມີ 1
ບ້ານ, 7 ຄົນ,ເມືອງນໍ້າບາກ ມີ 1 ບ້ານ, 12 ຄົນ, ແຂວງສະຫວັນນະເຂດ 22 ຄົນ: ເມືອງອຸທຸມພອນ ມີ 1 ບ້ານ, 14 ຄົນ, ນະຄອນໄກສອນ ມີ 3 ບ້ານ,
8 ຄົນ, ແຂວງວຽງຈັນ 18 ຄົນ: ເມືອງແກ້ວອຸດົມ ມີ 4 ບ້ານ, 6 ຄົນ ເມືອງວັງວຽງ ມີ 2 ບ້ານ, 7 ຄົນ ເມືອງວຽງຄຳ ມີ 2 ບ້ານ, 5 ຄົນ,ແຂວງບໍລິຄຳ
ໄຊ 17 ຄົນ ເມືອງປາກກະດິງ ມີ 16 ຄົນ, 6 ບ້ານ ເມືອງປາກຊັນ 1 ຄົນ, ແຂວງຈໍາປາສັກ 15 ຄົນ: ນະຄອນປາກເຊ ມີ 4 ບ້ານ, 8 ຄົນ ເມືອງບາຈຽງຈະ
ເລີນສຸກ ມີ 2 ບ້ານ, 7 ຄົນ, ແຂວງໄຊສົມບູນ 10 ຄົນ: ເມືອງລ່ອງຊານ 2 ບ້ານ, 5 ຄົນ, ເມືອງອະນຸວົງ 2 ບ້ານ, 3 ຄົນ ເມືອງທ່າໂທມ 2 ບ້ານ, 2 ຄົນ,
ແຂວງບໍ່ແກ້ວ 10 ຄົນ: ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ ມ້ຽນມ້າ 1 ຄົນ), ແຂວງຄຳມ່ວນ 7 ຄົນ: ທັງໝົດ
ມາຈາກເມືອງທ່າແຂກ, ແຂວງສາລະວັນ 2 ຄົນ: ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1 ຄົນ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າ
ປະເທດມີຈໍານວນ 9 ຄົນ: 6 ຄົນຈາກນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງ
ໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. • ມາ
ຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ
ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7,258 ຄົນ.ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້: • ຜູ້ທີ1: ເພດຍິງ, ອາຍຸ 30 ປີ ບ້ານ
ບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ບໍ່ທັນໄດ້ຮັບວັກຊີນ,ມີພະຍາດປະຈຳໂຕ ເປັນເບົາຫວານ, ຄວາມດັນເລືອດສູງ. ຜູ້ກ່ຽວໄດ້ສໍາຜັດໃກ້
ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ. • ຜູ້ທີ2: ເພດຊາຍ, ອາຍຸ 50 ປີ ບ້ານໜອງຂຽດ, ເມືອງ ປາກງື່ມ, ນະຄອນຫລວງວຽງຈັນ, ໄດ້ສັກຢາວັກຊິນ
1 ເຂັມ (Astrazeneca), ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ, ຄໍ່ອັກເສບຊ້ຳເຮື້ອ, ບາດແຜໃນກະເພາະ ແລະ ເລືອດຈາງ. • ຜູ້ທີ3:
ເພດຊາຍ, ອາຍຸ 77 ປີ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ. ຜູ້ກ່ຽວ
ບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/10/2021