ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ທາບທາມຮ່າງກົດໝາຍນາຍທະຫານສະບັບປັບປຸງ

     ວັນທີ 8 ພະຈິກ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍນາຍທະຫານສະບັບປັບປຸງໃໝ່
ໂດຍການເປັນປະທານຂອງ ພັນເອກ ສຸລີວັນ ແສງຈັນ ຮອງຫົວໜ້າ ກົມ ວສ-ປສ, ໂດຍມີ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ, ພະນັກງານ
ນັກຮົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງ.


ພັນເອກ ສຸລີວັນ ແສງຈັນ ເປັນປະທານກອງປະຊຸມທາບທາມຮ່າງກົດໝາຍນາຍທະຫານສະບັບປັບປຸງໃໝ່

     ພັນໂທ ອໍາພອນ ພົມມະລາ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຮ່າງກົດໝາຍນາຍທະຫານສະບັບປັບປຸງໃໝ່ ເຊິ່ງປະກອບມີທັງໝົດ 5 ພາກ, 3
ໝວດ ແລະ 47 ມາດຕາ, ໃນນັ້ນໄດ້ເພີ່ມເຕີມໃໝ່ມີ 14 ມາດຕາ, ປັບປຸງໃໝ່ມີ 21 ມາດຕາ ແລະ ຮັກສາມາດຕາສະບັບເກົ່າເອົາໄວ້ 12 ມາດຕາ ໂດຍ
ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງນາຍທະຫານ, ຈຸດປະສົງກໍເພື່ອປັບປຸງຮ່າງກົດໝາຍ
ນາຍທະຫານສະບັບເກົ່າໃຫ້ມີເນື້ອໃນສົມບູນຄົບຖ້ວນ, ແທດເໝາະ ແລະ ຮັດ ກຸມກວ່າເກົ່າໃຫ້ທຽບທັນກັບການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະ
ຊາຊົນລາວ ແລະ ຮັບປະກັນໃຫ້ແກ່ການກໍ່ສ້າງ, ຄຸ້ມຄອງ, ນໍາພາ-ບັນຊາ ແລະ ຕິດຕາມກວດກາການເຄື່ອນໄຫວຂອງພະນັກງານ-ນັກຮົບໃນກອງ ທັບມີປະ
ສິດທິພາບສູງ ແລະ ມີລະບຽບວິໄນເຂັ້ມງວດ. ການທາບທາມຮ່າງກົດໝາຍນາຍທະຫານສະບັບປັບປຸງໃນຄັ້ງນີ້ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກ
ງານ-ນັກຮົບໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວເພື່ອນໍາໄປປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ມີເນື້ອໃນສົມບູນຄົບຖ້ວນ.
ເພື່ອກະກຽມໃຫ້ແກ່ການນໍາໄປຜ່ານກອງປະຊຸມສະພາແຫ່ງຊາດຮັບຮອງໃນຄັ້ງຕໍ່ໄປ.