ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊິງຊະນະເລີດ

     ພິທີເປີດການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ພະຈິກ 2018 ນີ້, ຢູ່
ທີ່ກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ນຳກະຊວງ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ແຂກທີ່ຖືກເຊີນ ຕະຫຼອດຮອດນັກສະແດງເຂົ້າຮ່ວມ.


ພາບລວມພາຍໃນພິທີເປີດການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດ

     ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບຈັດງານແຂ່ງຂັນໄດ້
ຂຶ້ນລາຍງານການຫ້າງຫາກະກຽມຈັດງານແຂ່ງຂັນນີ້ວ່າ: ເພື່ອປະຕິບັດຕາມຄຳສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກສະບັບເລກທີ 02/ຄລສພ, ລົງວັນທີ 19 ກຸມ
ພາ 2018, ແຜນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຂອງກະຊວງປ້ອງກັນປະເທດສະບັບເລກທີ 4744/ກປທ
ລົງວັນທີ 08 ທັນວາ 2017, ແຜນ ການການຈັດງານແຂ່ງຂັນສິລະປະ-ວັນນະຄະດີທົ່ວກອງທັບຄັ້ງທີ V ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
70 ປີ. ການແຂ່ງຂັນໃນຄັ້ງນີ້ມີຄະນະສິລະປະເຂົ້າຮ່ວມທັງໝົດ 9 ຄະນະທີ່ມາຈາກກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນຄື: ກອງບັນຊາການທະຫານແຂວງອຸດົມໄຊ, ກອງບັນ
ຊາການທະຫານແຂວງວຽງຈັນ, ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງບັນຊາການທະຫານແຂວງສາລະວັນ, ກົມໃຫຍ່ການເມືອງກອງທັບ, ກົມ 213,
ຫ້ອງວ່າການກະຊວງປ້ອງກັນປະເທດ, ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ກອງພັນລົດຕັງ-ຍານເກາະ 661, ມີຈໍານວນທັງໝົດ 270 ຄົນ, ເພດຍິງ
121 ຄົນ, ມີກໍາມະການຕັດສິນ 5 ທ່ານ, ຢູ່ໃນງານແຂ່ງຂັນສິລະປະຮອບຊີງຊະນະເລີດຂອງພວກເຮົາໃນຄັ້ງນີ້, ມີລະບົບແສງສີສຽງຈາກກົມສິລະປະການສະແດງ, ກະຊວງ
ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ການສະໜັບສະໜູນ. ການແຂ່ງຂັນຈະດໍາເນີນໄປເປັນເວລາ 2 ຄືນຈຶ່ງສຳເລັດ.

     ໃນໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດກ່າວເປີດງານແຂ່ງຂັນສິລະລະປະ-ວັນນະຄະດີທົ່ວກອງທັບຄັ້ງ
ທີ V ຮອບຊີງຊະນະເລີດຢ່າງເປັນທາງການ. ການຈັດງານແຂ່ງຂັນສິລະປະ-ວັນນະຄະດີສະຫຼັກຫຼິ້ນທົ່ວກອງທັບຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ ແລະ ແມ່ນກິດຈະ
ກໍາໜຶ່ງທີ່ຈັດຂຶ້ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເປັນການລໍ້າລຶກ, ເທີດທູນທາດແທ້ມູນເຊື້ອກອງທັບເຮົາທີ່ສະຫງ່າງາມທີ່ສະແດງ
ອອກມາທາງດ້ານສິລະປະ-ວັນນະຄະດີ ແລະ ບັນຍາກາດຂອງການແຂ່ງຂັນສິລະປະ-ວັນນະຄະດີໃນຄັ້ງນີ້ຍັງເປັນການປຸກລະດົມຊຸກຍູ້ໃຫ້ກໍາລັງໃຈແກ່ພະນັກງານ-ນັກຮົບ
ໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ
ປ້ອງກັນປະເທດໂດຍສະ ເພາະແມ່ນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານໃຫ້ປາກົດຜົນເປັນຈິງ.