ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ສືບຕໍ່ອົບຮົມ-ຫັດແອບຍິງລູກປືນ​ແທ້ປະຈຳປີ 2019


     ວັນທີ 12 ພະຈິກ ນີ້, ກອງພັນໃຫຍ່ 11 ສືບຕໍ່ອົບຮົມ-ຫັດແອບປະຈຳປີ 2019 ຢູ່ສະໜາມຍິງປືນວິທະຍາຄານກົມມະດຳ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ
ປະສິດ ທ່ຽງທໍາ ກຳມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າ ກົມອົບຮົມກົມໃຫຍ່
ເສນາທິການ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11 ແລະ ວິທະຍາຄານ ກົມມະດໍາເຂົ້າຮ່ວມ.

     ຈຸດປະສົງໃນການຈັດຕັ້ງອົບຮົມໃນຄັ້ງນີ້, ກໍເພື່ອເປັນການຫັດແອບໃຫ້ພະນັກງານ-ນັກຮົບ, ພະນັກງານບັນຊາມີຄວາມຊຳນິຊໍານານ, ມີໄຫວພິບ ແລະ ມີ ຫົວຄິດປະ
ດິດສ້າງເພື່ອກຽມຄວາມພ້ອມ ໃນການຮັບມືກັບສະພາບການຕ່າງໆທີ່ຈະເກີດຂຶ້ນ. ໃນການເຝິກແອບພາກສະໜາມ ແມ່ນການເຝິກແອບສູ້ຮົບໃນກໍໍ ລະນີກອງພັນເຄື່ອນ
ທີ່ຕອບໂຕ້ໄວເຊິ່ງການ ອົບຮົມ-ຫັດແອບນີ້ມີ ກົມກອງ ເຂົ້າຮ່ວມຄື: ກອງພັນ 586, ກອງພັນ 705, ກອງພັນ 743 ແລະ ເຫຼົ່າຮົບເຄມີ ການເຝິກ ແອບຍິງລູກປືນແທ້ໃນ
ຄັ້ງນີ້ ແມ່ນເປັນເທື່ອທີ 3 ແລະ ຈະໄດ້ດຳເນີນສືບຕໍ່ເຝິກແອບໄປຈົນຮອດກາງເດືອນ ພະຈິກ 2019 ນີ້ ຈິ່ງຈະສໍາເລັດ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ປະສິດ ທ່ຽງທໍາໄດ້ຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມພ້ອມນັ້ນ ສະ
ຫາຍ ກໍໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາຈົ່ງສືບຕໍ່ຫັດແອບເພື່ອກຽມຕ້ອນຮັບ ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ທີ່ຈະມາຊົມ ລາຍການເຝິກ
ຊ້ອມ ໃນວັນທີ 14 ພະຈິກ ນີ້. ທັງເປັນການກະກຽມຄວາມພ້ອມໃນການຮັບມືກັບທຸກ ສະຖານະການເພື່ອຮັບປະກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້.