ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ​ເຜີຍ​ແຜ່​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ
ສະຫະພັນ​ແມ່ຍິງ​ລາວ​ ຄັ້ງ​ທີ 6 ສະ​ໄໝທີ VII


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ

     ວັນທີ 12 ພະຈິກ 2020 ນີ້ ຂະແໜງສະຫະພັນແມ່ຍິງ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເປີດ ກອງປະຊຸມເຜີຍແຜ່ມະຕິ ກອງປະຊຸມ
ຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝ ທີ VII ​ແລະ ​ເຊື່ອມມະຕິກອງປະຊຸມຜູ້ແທນແມ່ຍິງຄັ້ງທີ VIII ທົ່ວກອງທັບ ໂດຍ
ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພະແນກ ແລະ ສະ
ມາຊິກຊາວໜຸ່ມແມ່ຍິງພາຍໃນກົມເຂົ້າຮ່ວມ.


ສະຫາຍ ພັນຕີ ນາງ ນັນທະນາ ພົມມະວົງ ຫົວໜ້າ ຂະແໜງສະຫະພັນແມ່ຍິງ

     ໃນພິທີ ສະຫາຍ ພັນຕີ ນາງ ນັນທະນາ ພົມມະວົງ ຫົວໜ້າ ຂະແໜງສະຫະພັນແມ່ຍິງ ຂຶ້ນຜ່ານເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນ
ກາງສະຫະພັນແມ່ຍິງລາວ ເປີດກວ້າງຄັ້ງນີ້ ເປັນເຫດການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ຊີວິດການເມືອງຂອງສະຫະພັນແມ່ຍິງລາວ ເນື່ອງຈາກ
ເປັນປີສະຫຼຸບມ້ວນທ້າຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່
ຍິງ ລາວທົ່ວປະເທດຄັ້ງທີ VII, ຕະຫຼອດໄລຍະການດຳເນີນກອງປະຊຸມຜູ້ແທນກອງປະຊຸມໄດ້ຮັບຟັງ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳຄິດ ຄຳເຫັນ
ຢ່າງກົງໄປກົງມາຕໍ່ບັນດາເນື້ອໃນເອກະສານທີ່ນຳສະເໜີຕໍ່ກອງປະຊຸມດ້ວຍຄວາມຮັບຜິດຊອບສູງ. ກອງປະຊຸມຜູ້ແທນແມ່ຍິງ ຄັ້ງທີ VIII ທົ່ວກອງທັບໄດ້
ຮັບຜົນສຳເລັດຕາມລຳດັບຄາດໝາຍ ຜົນສຳເລັດ ດັ່ງກ່າວໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ຊີ້ນຳຈາກປະທານ, ຄະນະປະທານ, ຜູ້ແທນກອງປະຊຸມ, ບັນດາ
ທ່ານແຂກທີ່ມີກຽດບັນດາ ສະຫາຍ ຄະນະຊີ້ນຳ ແລະ ອະນຸກຳມະການກອງປະຊຸມຕະຫຼອດຮອດການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ​ເຊິ່ງ​ໄດ້​ເຮັດໃຫ້ກອງ
ປະຊຸມຜູ້ແທນແມ່ຍິງ ຄັ້ງທີ VIII ທົ່ວກອງທັບຄັ້ງ​ນີ້ມີຜົນສຳເລັດຢ່າງສະຫງ່າງາມ. ການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະຫະ
ພັນແມ່ຍິງລາວຄັ້ງທີ 6 ສະໄໝທີ VII ແລະ ມະຕິກອງປະຊຸມຜູ້ແທນແມ່ຍິງຄັ້ງທີ VIII ທົ່ວກອງທັບ ໃນຄັ້ງນີ້ເພື່ອເຮັດໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈເປັນ
ເອກະພາບ ແລະ ປະຕິບັດຕາມຂັ້ນເທິງວາງອອກ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າ ໃນໜ້າທີ່ວຽກງານໃຫ້ປະກົດຜົນເປັນຢ່າງ. ນອກຈາກນັ້ນຍັງໄດ້ປະກາດ
ການມອບໝາຍໜ້າທີ ແລະ ປະກາດຊັ້ນໃຫ້ພະນັກງານ-ນັກຮົບພາຍໃນກົມຈຳນວນໜຶ່ງ.