ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບສະຫຼຸບບັ້ນອົບຮົມ-ຫັດແອບ ປະຈຳປີ 2017

     ກົມໃຫຍ່ການເມືອງກອງທັບຈັດພິທີສະຫຼຸບບັ້ນອົບຮົມ-ຫັດແອບ ປະຈຳປີ 2017 ຂຶ້ນ ໃນວັນທີ 8 ທັນວາ 2017 ໂດຍການເຂົ້າຮ່ວມເປັນປະທານ
ຂອງທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຫົວໜ້າກົມ,
ຮອງກົມ, ຫ້ອງການ, ຄະນະຮັບຜິດຊອບ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.


ທ່ານ ພົນຕີ ສອນທອງ ພົມລາວົງ ເປັນປະທານສະຫຼຸບບັ້ນອົບຮົມ-ຫັດແອບ ປະຈຳປີ 2017

     ພັນໂທ ຈັນສົມ ມາລາວົງ ຫົວໜ້າພະແນກສຳເນົາ, ຄະນະຮັບຜິດຊອບການອົບຮົມຫັດແອບ ປະຈຳປີ 2017 ໄດ້ຂຶ້ນຜ່ານບົດສະຫຼຸບຖອດຖອນບົດ
ຮຽນຄືນ. ຜ່ານການຈັດຕັ້ງອົບຮົມ-ຫັດແອບ ໃນໄລຍະຜ່ານມາເຫັນວ່າ ຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ໄດ້ອຳນວຍຄວາມສະດວກ,
ສຶກສາອົບຮົມປຸກລະດົມຈັດຕັ້ງພະນັກງານ-ນັກຮົບເຂົ້າຮ່ວມຫັດແອບ ປະຈຳປີຢ່າງທົ່ວເຖິງ, ພະນັກງານ-ນັກຮົບກໍໄດ້ເອົາໃຈໃສ່ອົບຮົມ-ຫັດແອບ ປະຕິບັດ
ຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ ແລະ ມີຄວາມສາມັກຄີເຊິ່ງກັນ ແລະ ກັນ ອັນໄດ້ເຮັດໃຫ້ການຫັດແອບ ຮໍ່າຮຽນສຳເລັດຕາມແຜນການ
ແລະ ມີຄວາມປອດໄພ. ຜ່ານການອົບຮົມ-ຫັດແອບທັງພາກທິດສະດີ ຫຼັກການ ແລະ ການປະຕິບັດຕົວຈິງ ສາມາດຕີລາຄາຜົນໄດ້ຮັບ ພາກທິດສະດີການ
ເມືອງສາມາດປະຕິບັດໄດ້ຄະແນນປານກາງ 63%, ໄດ້ຄາດໝາຍ 44%; ພາກລະບຽບແບບແຜນ ແລະ ຮູບແຖວ ໄດ້ຄະແນນດີ 20%, ຄະແນນປານກາງ
46% ແລະ ໄດ້ຄາດໝາຍ 34%, ກິລາການທະຫານ ໄດ້ຄະແນນດີ 8,5%, ຄະແນນປານກາງ 53,5% ແລະ ໄດ້ຄາດໝາຍ 36%. ສະຫຼຸບລວມຈຳນວນ
ພົນທີ່ຍິງລູກປືນອາກາແອັມທັງໝົດ 1.089 ສະຫາຍ ສະເລ່ຍໄດ້ 63,9%.

     ການອົບຮົມຫັດແອບຄັ້ງນີ້ ເປັນການຍົກລະດັບຄວາມຮັບຮູ້ດ້ານການເມືອງທັງເປັນການປັບປຸງລະບຽບແບບແຜນໃຫ້ເຂັ້ມງວດ, ສ້າງຄວາມຊຳນິຊຳ
ນານ ທາງດ້ານສິລະປະຍຸດ-ຍຸດທະວິທີ ທັງເປັນການເຝິກຝົນກຳລັງແຮງກາຍ ຮັບປະກັນແກ່ການກຽມພ້ອມເຄື່ອນໄຫວເຮັດສຳເລັດໜ້າທີ່ປົກປັກຮັກສາປະ
ເທດຊາດ.

     ໂອກາດນີ້, ທ່ານ ພົນຕີ ສອນທອງ ພົມລາວົງ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັ້ນອົບຮົມ-ຫັດແອບຄັ້ງນີ້ ເຊິ່ງມີຜົນສຳເລັດ ແລະ ຮັບປະກັນ
ຄວາມປອດໄພເປັນຢ່າງດີ. ທ່ານຍັງຮຽກຮ້ອງໃຫ້ຄະນະຮັບຜິດຊອບການອົບຮົມ, ຄະນະພັກ-ຄະນະບັນຊາກົມກອງຕ່າງໆ ຍົກສູງຄວາມຮັບຜິດຊອບປຸກລະ
ດົມພະນັກງານ- ນັກຮົບເຂົ້າຮ່ວມບັ້ນອົບຮົມ-ຫັດແອບໃນຕໍ່ໜ້າໃຫ້ຫຼາຍກວ່າເກົ່າ ແລະ ປັບປຸງຮູບການອົບຮົມ-ຫັດແອບໃຫ້ແທດເໝາະກັບສະພາບຕົວຈິງ.