ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປີດຂະບວນການແຂ່ງຂັນກິລາມວນຊົນພາຍໃນກົມ ວິທະຍາສາດ-ປະຫວັດສາດ ການທະຫານ


ພັນເອກ
ສຸລິວັນ ແສງຈັນ ເຂົ້າຮ່ວມພິທີປີດຂະບວນການແຂ່ງຂັນກິລາມວນຊົນພາຍໃນກົມວິທະຍາສາດ-ປະຫວັດສາດການທະຫານ

     ວັນທີ 11 ທັນວາ 2017 ນີ້, ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປິດຂະບວນການແຂ່ງຂັນກິລາມວນຊົນພາຍໃນກົມ
ຂອງຕົນຂຶ້ນ ພາຍຫຼັງທີ່ໄດ້ແຂ່ງຂັນກັນມາແຕ່ຕົ້ນເດືອນ ທັນວາ 2017 ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພະແນກການ, ພະນັກງານ-ນັກຮົບ ແລະ ນັກກິລາພາຍໃນກົມເຂົ້າຮ່ວມ.


ພັນເອກ ສຸລິວັນ ແສງຈັນ ມອບຂັນພ້ອມເງິນສົດໃຫ້ທີມທີ່ຊະນະເລີດທີ 1


ພັນເອກ ວິຊຽນ ສີສະອາດ ມອບເງິນສົດໃຫ້ທີມຮອງຊະນະເລີດ


ພັນໂທ ອຳພອນ ພົມມາລາ ມອບເງີນສົດໃຫ້ທີມຊະນະເລີດທີ 3

     ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດສະຫຼຸບໄດ້ ປະເພດບານສົ່ງຊາຍ ລາງວັນຊະນະເລີດແມ່ນທີມຂອງຫ້ອງການກົມໄດ້ຮັບຂັນ 1 ໜ່ວຍ ແລະ
ເງິນສົດ 250.000 ກີບ ຮອງຊະນະເລີດແມ່ນ ທີມບານສົ່ງ ພະແນກຂໍ້ມູນ-ຂ່າວສານ ໄດ້ລາງວັນເງິນສົດ 200.000 ກີບ ສ່ວນທີ 3 ແມ່ນທີມບານສົ່ງ
ພະແນກບໍລິຫານ ໄດ້ຮັບເງິນສົດ 100.000 ກີບ. ບານສົ່ງຍິງແມ່ນທີມພາກສ່ວນວິຊາສະເພາະໄດ້ຮັບລາງວັນຊະນະເລີດໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ
200.000 ກີບ ທີສອງແມ່ນທີມຂອງພາກສ່ວນຮັບປະກັນໄດ້ຮັບລາງວັນເງິນສົດ 100.000 ກີບ. ລາງວັນກິລາເປຕັງ ຊະນະເລີດແມ່ນພະແນກຂໍ້ມູນ-ຂ່າວ
ສານ ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 200.000 ກີບ, ລາງວັນທີ II ແມ່ນພະແນກປະຫວັດສາດ ໄດ້ຮັບເງິນສົດ 100.000 ກີບ. ໃນວາລະດຽວກັນທີມ
ບານສົ່ງຍິງຂອງກົມ ວິທະຍາສາດ-ປະຫວັດສາດ ເຂົ້າຮ່ວມແຂ່ງຂັນ ກິລາບານສົ່ງໃນຮົ່ມຊີງຂັນ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮອງ
ຊະນະເລີດ ໄດ້ຮັບຫຼຽນເງິນ ແລະ ເງິນສົດ ຈຳນວນ 8.000.000 ກີບ ອີກ.


ນັກກິລາກົມວິທະຍາສາດ-ປະຫວັດສາດເຂົ້າຮ່ວມແຂ່ງຂັນກິລາບານສົ່ງໃນຮົ່ມ
ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການແລະ ກິລາໄດ້ຮອງຊະນະເລີດ