ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງ ມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກ
ຂອງຕົນພາຍໃນກົມ

     ວັນທີ 12 ທັນວາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດມີພິທີມອບບັດສະມາຊິກພັກສົມບູນຂຶ້ນ
ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຄະນະພັກຮາກຖານ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະ
ຫານ, ມີຄະນະກົມ, ຫົວໜ້າພະແນກ, ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ພາຍໃນກົມເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ເປັນປະທານພິທີມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກພາຍໃນກົມ

     ການມອບບັດສະມາຊິກພັກສົມບູນພາຍໃນກົມຄັ້ງນີ້ເປັນຄັ້ງທີ II ເຊິ່ງມີສະມາຊິກພັກສົມບູນໄດ້ຮັບບັດ ສະມາຊິກພັກທັງໝົດ 43 ສະຫາຍ ໂດຍ
ເປັນກຽດກ່າວມອບຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ໃນໂອກາດດັ່ງກ່າວ ສະຫາຍຍັງໄດ້ໂອ້ລົມຕໍ່ສະມາຊິກພັກທີ່ມາຮັບບັດຄັ້ງນີ້ ຕະຫຼອດຮອດ
ຄະນະພັກທຸກຂັ້ນພາຍໃນກົມຈົ່ງເພີ່ມທະວີປະຕິບັດລະບຽບຫຼັກການຂອງພັກໃຫ້ແໜ້ນແຟ້ນເຂັ້ມແຂງ ຮັກສາບັດທີ່ຂັ້ນເທິງມອບໃຫ້ບໍ່ໃຫ້ຕົກເຮ່ຍເສຍ
ຫາຍ ແລະ ນຳໃຊ້ໃຫ້ຖືກຕ້ອງ ເສີມຂະຫຍາຍບົດບາດການນຳຂອງພັກ ສ້າງໜ່ວຍພັກແຕ່ລະຂັ້ນໃຫ້ກາຍເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ ສ້າງໃຫ້
ຄະນະພັກຮາກຖານກົມກາຍເປັນໜ່ວຍພັກແຂງຮູ້ນນຳພາຮອບດ້ານໃນຕໍ່ໜ້າ ແລະ ຍາວນານ ຕາມທິດການນຳພາຂອງພັກ ສ້າງຄວາມສາມັກຄີປອງດອງ
ພາຍໃນພັກເຂົ້າຮ່ວມທຸກຂະບວນການຂອງພັກ ແລະ ກົມກອງຈັດຕັ້ງຂຶ້ນໃຫ້ເປັນຂະບວນຟົດຟື້ນມີຄຸນນະພາບຂອງການປະຕິບັດໜ້າທີ່ວິຊາສະເພາະໃຫ້
ເຂັ້ມແຂງເຮັດສຳເລັດທຸກໜ້າທີທີ່ພັກ ແລະ ຂັ້ນເທິງມອບໝາຍໃຫ້.


ພັນເອກ ວິຊຽນ ສີສະອາດ ມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກ