ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ ສະແດງມິດຕະພາບ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ພາບລວມການສະແດງຂອງຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປ

     ການສະແດງຂອງຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຈັດຂຶ້ນທີ່ຫໍວັດທະ
ນະທຳແຫ່ງຊາດນະຄອນຫຼວງວຽງຈັນ ໃນວັນທີ11 ທັນວາ 2018 ນີ້, ໂດຍເປັນກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ບົວເງິນຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ, ທ່ານ ພົນຈັດຕະວາ ຊໍມິນຕຸນ ຫົວໜ້ານຳພາຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ, ມີການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ບັນດາ
ທູດຕ່າງປະເທດປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ-ອົງການ ແລະ ພະນັກງານທະຫານ-ຕຳຫຼວດ, ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຮັບຊົມຢ່າງ
ຫຼວງຫຼາຍ.

     ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍ ທ່ານ ພົນຈັດຕະວາ ຊໍມິນຕຸນ ຫົວໜ້ານຳພາ
ຄະນະສິລະປະກອນກອງທັບ ແຫ່ງ ສສ ມຽນມາ ໄດ້ຜັດປ່ຽນກັນມີຄຳເຫັນ ເຊິ່ງໄດ້ກ່າວວ່າ: ໃນຄໍ່າຄືນນີ້ນາຍ ແລະ ພົນທະຫານ-ພໍ່ແມ່ປະຊາຊົນລາວບັນດາເຜົ່າໂດຍສະ
ເພາະຊາວນະຄອນຫຼວງວຽງຈັນຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ
ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງມາສູ່ກອງທັບ ແລະ ປະຊາຊົນລາວໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າພວມ
ອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟຶ້ນ.

     ການສະແດງມິດຕະພາບຂອງຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ ຄັ້ງນີ້ ບໍ່ພຽງແຕ່ປະກອບ ສ່ວນສ້າງບັນຍາກາດເບີກບານມ່ວນຊື່ນໃນໂອກາດວັນສຳຄັນ
ຂອງຊາດເທົ່ານັ້ນ, ຍັງເປັນການແລກປ່ຽນບົດຮຽນທາງດ້ານສິລະປະວັດທະນະທຳ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບ ແລະ
ປະຊາຊົນສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ການສະແດງຂອງຄະນະສິລະປະກອນກອງທັບແຫ່ງ ສສ ມຽນມາ ຄັ້ງນີ້ແມ່ນປະກອບ ມີ 12 ລາຍການສະແດງສຳຄັນທີ່ສ່ອງ
ແສງເຖິງຮີດຄອງປະເພນີວັດທະນະທຳດ້ານສຽງເພງປະກອບບົດຟ້ອນທີ່ງົດງາມ ແລະ ສະແດງເຖິງສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງຊາດ, ສອງກອງທັບມຽນ
ມາ-ລາວ ເຊິ່ງເຮັດໃຫ້ຜູ້ຊົມມີຄວາມເບີກບານມ່ວນຊື່ນ ແລະ ປະທັບໃຈເປັນຢ່າງດີ.