ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກວິທະຍາຄານກົມມະດຳສຳເລັດກອງປະຊຸມໃຫຍ່ຄັ້ງທີ V


     ຫວ່າງບໍ່ດົນມານີ້, ອົງຄະນະພັກວິທະຍາຄານກົມມະດຳ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຢູ່ທີ່ສະໂມສອນຂອງກົມກອງ ໂດຍການເປັນປະທານ ຂອງ
ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ,
ມີຄະນະພັກ-ຄະນະອຳນວຍການ, ຜູ້ແທນສົມບູນ, ຕະຫຼອດຮອດແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າ ການທະຫານວິທະຍາຄານກົມມະດຳ ໄດ້ຜ່ານ
ບົດລາຍງານການເມືອງທັງສອງພາກ ເຊິ່ງຍົກໃຫ້ເຫັນການເອົາໃຈໃສ່ຂອງຄະນະພັກຂັ້ນເທິງ ໄດ້ໃຫ້ການຊີ້ນຳ-ນຳພາໂດຍກົງ ຈັດຕັ້ງດຳເນີນວຽກງານສຶກສາ ອົບຮົມການ
ເມືອງນຳພາແນວຄິດ ໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກທົ່ວວິທະຍາຄານກົມມະດຳ ຈັດຕັ້ງຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະ
ຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກ ກະຊວງປ້ອງກັນປະເທດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເອົາໃຈໃສ່ປັບປຸງບູລະນະລະບົບການຈັດຕັ້ງພັກ ມີຄວາມໜັກ
ແໜ້ນເຂັ້ມແຂງ, ໄດ້ຈັດຕັ້ງສະມາຊິກພັກຫັນລົງກໍ່ສ້າງຮາກຖານ ສ້າງບ້ານແຮກ ສ່ຽວກັບອຳນາດການປົກຄອງບ້ານອ້ອມຂ້າງ 30 ບ້ານ ປະຕິບັດ ຕົວຈິງຕາມ 4 ເນື້ອໃນ
4 ຄາດໝາຍ ຕິດພັນກັບມະຕິວຽກງານ 3 ສ້າງຂອງສູນກາງພັກຊີ້ນຳວຽກງານ ກໍ່ສ້າງສຶກສາ-ອົບຮົມ ເພື່ອກໍ່ສ້າງ-ບຳລຸງ ໃຫ້ນາຍທະຫານນຳພາ-ບັນຊາສະໜອງໃຫ້ທົ່ວ
ກອງທັບ ຮັບປະກັນຄຸນນະພາບໃນ 5 ປີ ຜ່ານມາສາມາດສ້າງນາຍທະຫານ ລະບົບວຸດທິ ປະລິນຍາຕີ 977 ສະຫາຍ, ບຳລຸງລະບົບ 1 ປີ 391 ສະຫາຍ, ສ້າງຄູການທະ
ຫານ 248 ສະຫາຍ, ກໍ່ສ້າງນາຍສິບ 5 ເຫຼົ່າຮົບ 760 ສະຫາຍ, ສ້າງວິຊາສະເພາະແຜນທີ່ 175 ສະຫາຍ, ຈັດຕັ້ງເຝິກອົບຮົມການທະຫານປະຈຳປີ 2018 ໃຫ້ພະນັກງານ
1 ຄັ້ງ 119 ສະຫາຍ, ຊີ້ນຳການຈັດຕັ້ງກວດສອບຄຸນນະພາບການສິດສອນຄັດເລືອກຄູອາຈານສອນດີ 55 ສະຫາຍ, ສອນເກັ່ງ 25 ສະຫາຍ, ຊີ້ນຳຄູອາຈານພະນັກງານອົງ
ການກ່ຽວຂ້ອງ ເຂົ້າຮ່ວມຊີ້ນຳການຫັດແອບພາກສະໜາມ 35 ຄັ້ງ. ນອກນັ້ນຍັງໄດ້ສຸມໃສ່ວຽກງານປູກຝັງ-ລ້ຽງສັດ ເຊັ່ນ: ປູກຕົ້ນໄມ້ອຸດສາຫະກຳຫຼາຍກວ່າ 6.700ຕົ້ນ,
ເນື້ອທີ່ 2,7 ເຮັກຕາ, ປູກພືດຜັກຊະນິດຕ່າງໆໄດ້ 658.669 ກິໂລ, ຂາຍເປັນເງິນ 1.866.814.919 ກີບ, ລ້ຽງງົວ 42 ໂຕ, ຂາຍ 26ໂຕ ເປັນເງິນ 17.924.300 ກີບ,
ລ້ຽງໝູ 3.326 ໂຕ, ຂາຍອອກ 116.710 ກິໂລ ເປັນເງິນ 4.084.850.000 ກີບ, ມີໜອງປາ 33 ໜອງ, ປ່ອຍປາ 3.246.760 ໂຕ, ຂາຍ ອອກແລ້ວ 72.287 ກິໂລ
ເປັນເງິນ 406.503.000 ກີບ, ສາມາດສ້າງລາຍຮັບຈາກການປູກການລ້ຽງ ແລະ ບໍລິການໄດ້ 9.987.998.788 ກີບ, ນອກຈາກວຽກງານນີ້ແລ້ວຍັງໄດ້ເອົາໃຈໃສ່ປະ
ຕິບັດນະໂຍບາຍຂອງ ພັກ-ລັດ ຕໍ່ສະມາຊິກພັກພະນັກງານນັກຮົບຄື: ໄດ້ຮັບຍ້ອງຍໍ ປະເພດຫຼຽນໄຊ ອິດສະຫຼະຊັ້ນ II 32 ໜ່ວຍ, ອິດສະຫຼະຊັ້ນ III 46 ໜ່ວຍ, ຫຼຽນໄຊ
ແຮງງານຊັ້ນ II 200 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III 364 ໜ່ວຍ, ຫຼຽນໄຊ ພິລະອາດຫານ ຊັ້ນ III 77 ໜ່ວຍ, ຫຼຽນກາ ມິດຕະພາບ 54 ໜ່ວຍ, ຫຼຽນກາແຮງງານ
347 ໜ່ວຍ, ຫຼຽນກາ 70 ປີ 824 ໜ່ວຍ, ຫຼຽນກຽດຕິຄຸນ 40 ປີ 52 ໜ່ວຍ, ໃບຍ້ອງຍໍລັດຖະບານ 208 ໃບ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 218 ໃບ ແລະ ປະ
ເພດຍ້ອງຍໍອື່ນໆອີກ ນອກນັ້ນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາອົງ ຄະນະພັກວິທະຍາຄານຊຸດໃໝ່ ເຊິ່ງໄດ້ເລືອກ ເອົາສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ
ເປັນເລຂາຄະນະພັກ, ສະຫາຍ ພັນເອກ ຖາວອນ ແກ້ວອິນທະວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພັນໂທ ປອ ສົມໄຫວ ແໜງໄຊຄູນ ປະທານກວດກາ ແລະ ສະຫາຍ
ພັນໂທ ປອ ສັນຕິສຸກ ກາງພູວົງ, ສະຫາຍ ພັນໂທ ຄຳແອ່ວ ໜຳທະພັນ, ສະຫາຍ ພັນເອກ ສັງມະນີ ຈິດລະວົງ, ສະຫາຍ ຄຳໄຊ ອ່ອນມົນແສງ, ສະຫາຍ ພັນໂທ ບົວໄລ
ສີລັກສາ, ສະຫາຍ ພັນໂທ ບຸນມີ ແກ້ວດວງດີ ເປັນກຳມະການ.