ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບ

     ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບຈາກພົນຈັດຕະວາ ຂຶ້ນ ພົນຕີ ຈໍານວນ 4 ສະຫາຍ, ຈາກພັນເອກ ຂຶ້ນ ພົນຈັດຕະວາ ຈໍານວນ 12 ສະ
ຫາຍ ແລະ ຈາກພັນໂທ ຂຶ້ນ ພັນເອກ ຈໍານວນ 45 ສະຫາຍ, ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2019 ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການ
ເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນປະ
ເທດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານຫຼັກແຫຼ່ງໃນກະຊວງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າ
ດ້ວຍການເລື່ອນຊັ້ນນາຍທະຫານຈາກພົນຈັດຕະວາຂຶ້ນພົນຕີ ແລະ ຈາກພັນເອກຂຶ້ນພົນຈັດຕະວາ ແລະ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເລື່ອນຊັ້ນໃຫ້ນາຍ
ທະຫານຈາກພັນໂທຂຶ້ນພັນເອກ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ໃນນັ້ນ, ໄດ້
ຮັບການເລື່ອນຊັ້ນຂຶ້ນພົນຕີມີ ທ່ານ ພົນຈັດຕະວາ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ທ່ານ ພົນຈັດຕະວາ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ທ່ານ ພົນຈັດຕະວາ ກິລະ
ກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ໄດ້ຮັບການເລື່ອນຊັ້ນຂຶ້ນພົນຈັດຕະວາມີ ພັນເອກ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ພັນເອກ
ຄໍາໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ພັນເອກ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນ
ນະເຂດ, ພັນເອກ ແສງຍືນ ລັດສະໝີ ຫົວໜ້າການເມືອງກອງພົນທີ 1, ພັນເອກ ບຸນແຍງ ວິໄລສົມ ຫົວໜ້າກົມອຸປະໂພກ- ບໍລິໂພກກົມໃຫຍ່ພະລາທິການກອງທັບ, ພັນ
ເອກ ຄໍາຄິດ ໄຊສົງຄາມ ຫົວໜ້າກົມສື່ສານກົມໃຫຍ່ເສນາທິການກອງທັບພັນເອກ ອຸລະຫາ ທອງວັນທາ ຫົວໜ້າອໍານວຍການບໍລິສັດສະຕາໂທລະຄົມ, ພັນເອກ ບຸນມາ
ຈັນທະວົງສາ ຫົວໜ້າອໍານວຍການບໍລິສັດລາວເດີນອາກາດ, ພັນເອກ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນທີ 1, ພັນເອກ ບຸນທອນ ສິດສຸວົງ ຮອງຫົວໜ້າ
ຫ້ອງວ່າການກະຊວງປ້ອງກັນປະເທດ, ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ, ພັນເອກ ບຸນເດື່ອງ ພັນສົດໃສ ຮອງຫົວໜ້າຫ້ອງ
ການຄະນະກຳມະການ ປກສ-ປກຊ ສູນກາງ ແລະ ມີນາຍທະຫານໄດ້ຮັບເລື່ອນຊັ້ນພັນເອກຈາກກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນທົ່ວກອງທັບ ຈຳນວນ 45 ສະຫາຍ.

     ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນ
ຄັ້ງນີ້ ໂດຍໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ
ໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກ
ການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮົບຜິດຊອບ, ພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ,
ໃນໄລຍະທີ່ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ70 ປີ ແຕ່ລະກົມກອງຕ້ອງຮັບປະກັນໃຫ້ມີຜົນສຳເລັດອັນຈົບງາມ ຕ້ອງຮັບປະກັນຄວາມ
ສະຫງົບປອດໄພ 100% ເພ່ືອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວໃນປີນີ້ກາຍເປັນປາງບຸນໃຫຍ່ສຳ ຄັນທາງປະຫວັດສາດຂອງຊາດ ກໍຄືຂອງ
ກອງທັບເຮົາ.