ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝທີ IV


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດເປັນປະທານກອງປະຊຸມ

     ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝທີ IV ໄດ້ຈັດຂື້ນໃນວັນທີ 13 ມັງ ກອນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາ
ລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນນາມເປັນປະທານ ກອງປະຊຸມໄດ້ກ່າວໄຂກອງປະຊຸມວ່າ:
ໃນປີ 2019 ຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະພັກກະຊວງ, ກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກ
ງານຈຸດສຸມຂອງກະຊວງ ພວກເຮົາ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນສຸມໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະ
ນະພັກກະຊວງປ້ອງກັນປະເທດ ວາງອອກເຂົ້າສູ່ຊີວິດຕົວຈິງຂອງກົມກອງທ້ອງຖິ່ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ນັບ
ທັງລະດັບສາກົນ ແລະ ລະດັບຊາດ, ປ້ອງກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເຮັດໃຫ້ສະພາບທົ່ວປະເທດມີຄວາມສະຫງົບ ໂດຍພື້ນຖານມີສະຖຽນ
ລະພາບທາງດ້ານການເມືອງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ການພັດທະນາເສດຖະກິດ-ສັງຄົມ ຍັງສືບຕໍ່ຂະ
ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ.

     ກອງປະຊຸມຈະໄດ້ສຸມໃສ່ສະຫຼຸບ ຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງ ໃນການຈັດຕັ້ງປະຕິບັດມະຕິ 8 ສະໄໝທີ IV ແລະ ກໍານົດທິດທາງສຸມໃສ່
ນໍາພາຕົ້ນປີ 2020 ຈາກນັ້ນຈະໄດ້ຫັນເປັນມະຕິ 9 ສະໄໝທີ IV ຂອງຄະນະພັກກະຊວງ. ໃນການຄົ້ນຄວ້າເນື້ອໃນກອງປະຊຸມຄັ້ງນີ້, ຈິດໃຈແມ່ນໃຫ້ພວກເຮົາ ມີຄວາມ
ເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນ
ບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນສະພາບການ ແລະ ຮັບປະກັນໃນການວາງແຜນວຽກຈຸດສຸມ ໃນຕໍ່ໜ້າ
ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ.