ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ປະຊາຊົນປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ


     ວັນທີ 13 ມັງກອນ 2021 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິ
ວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ
ປະຕິວັດລາວ ປະທານປະເທດ, ມີອະດີດເລຂາທິການໃຫຍ່ ພ້ອມດ້ວຍ ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,
ກຳມະການສູນກາງພັກ, ພະນັກງານປະຕິວັດອາວຸດໂສ-ອະດີດການນຳ, ວິລະຊົນແຫ່ງຊາດ, ຕົວແທນຈາກອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະ
ມາຊິກພັກສົມບູນຈຳນວນ 768 ກວ່າສະຫາຍ, ຍິງ 116 ສະຫາຍ ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ
ແລະ ແຂກຖືກເຊີນຈຳນວນ 147 ສະຫາຍ ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄືປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.

     ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນຄືນໃນວຽກງານການນຳພາ-ຊີ້
ນຳຂອງສູນກາງພັກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຕະຫຼອດໄລຍະ 5 ປີ ຜ່ານມາໃນທ່າມກາງສະພາບແວດລ້ອມສາກົນ
ແລະ ພາກພື້ນມີການຜັນແປໄປຢ່າງໄວວາສັບສົນຄາດການໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດ ໂຄວິດ-19 ເຊິ່ງເຕັມໄປດ້ວຍກາ
ລະໂອກາດ ແລະ ສິ່ງທ້າທາຍນັ້ນ, ເຫັນວ່າຂະບວນການພັດທະນາສ້າງສາປະເທດຊາດໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫຼາຍ
ດ້ານ ເພື່ອຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ
ໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດ ອະທິປະໄຕ ແລະ ໝາກຜົນ ຂອງການປະຕິວັດໄດ້ຮັບການປົກປ້ອງ ຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງ
ຍາກ ທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນ ກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງ ພະຍາດໂຄວິດ-19, ແຕ່ພວກເຮົາຍັງ
ສາມາດຢັບຢັ້ງບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດຂອງ ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະ
ດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະ ບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ
ປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ
ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບ
ການເຄື່ອນໄຫວຕາມທິດປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ
ຢ່າງເປັນເຈົ້າການ, ການພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດ
ທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ
ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງຕາມທິດສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ.

     ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ, ເຖິງວ່າພັກ ແລະ ລັດເຮົາໄດ້ສຸມໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນສູ້ຊົນ
ສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ກໍຍັງ
ແມ່ນບັນຫາທີ່ ພວກເຮົາໄດ້ຕີລາຄາຢ່າງກົງໄປກົງມາກ່ອນໜ້ານີ້ແລ້ວ. ທັງໝົດເຫຼົ່ານັ້ນ, ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ,
ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິ
ຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງ
ພວກເຮົາ ໃນຊຸມປີຕໍ່ໜ້ານີ້ໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

     ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນຢ່າງກວມລວມ
ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດ
ທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບປະຊາທິ
ປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງ
ກົດລະບຽບສະບັບປັບປຸງ ແນໃສ່ ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ກ້າວຂຶ້ນເຮັດຫຼ້ອນພາລະກໍາ ປະຫວັດສາດ ອັນມີ
ກຽດສະຫງ່າຂອງຕົນ ໃນໄລຍະໃໝ່ ແລະ ຈະໄດ້ສໍາຫຼວດຕີລາຄາການ ນໍາພາຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ແລະ ດໍາເນີນການເລືອກ
ຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ສະແດງອອກ ເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງພັກ, ຮັບປະກັນລັກສະນະສືບທອດ ແລະ
ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜັກແໜ້ນປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກ ເອົາບັນດາ ສະຫາຍ ທີ່ມີມາດຖານ ແລະ
ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດ ໄດ້ມອບໝາຍໃຫ້.

     ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເສີມ
ຂະຫຍາຍປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງຳແລະ ປະກອບຄວາມເຫັນຢ່າງມີຄຸນນະ
ພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງ ດ້ວຍຈິດໃຈປະຕິວັດບຸກເຮັດໃຫ້ ກອງປະຊຸມທີ່ມີຄວາມໝາຍສຳຄັນ ບັນລຸຜົນສຳເລັດ ຕາມຈຸດປະສົງຄາດໝາຍຢ່າງ
ສະຫງ່າງາມ.

     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນຄັ້ງນີ້ຈະດໍາເນີນໄປເປັນເວລາ 3 ວັນແຕ່ວັນທີ 13-15 ມັງກອນ 2021.