ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ
ເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ ປະຈໍາປີ 2021


     ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ( ແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ,
ຫຼວງພະບາງ ແລະ ແຂວງໄຊສົມບູນ) ປະຈໍາປີ 2021 ແລະ ວາງທິດທາງແຜນການປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2022 ນີ້, ຢູ່ທີ່ກອງ
ບັນຊາການທະຫານແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ສະຫາຍ ພົນຕີ ຄໍາລຽງ ອຸທະໄກ
ສອນ ເຈົ້າແຂວງໆ ໄຊສົມບູນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິ
ການກອງທັບ, ມີຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ບັນດາສະຫາຍຄະນະນໍາກອງບັນຊາການທະຫານ ແຂວງ 5 ແຂວງເຂດໃຈກາງ ແລະ ພາກສ່ວນ
ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະ
ຕິບັດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ ປີ 2021 ຜ່ານມາ ໂດຍບົດສະຫຼຸບ ໄດ້ຕີລາຄາສະພາບຮອບດ້ານ ທີ່ເກີດຂຶ້ນໃນ
ປີ 2021 ແລະ ຍົກໃຫ້ເຫັນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຂອງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ກໍາລັງ ປກຊ-ປກສ ແຕ່
ລະແຂວງ ໄດ້ເປັນເຈົ້າການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ ຢ່າງມີຈຸດສຸມ ແລະ ໄດ້ຕັ້ງໜ້າສຸມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງ ທີ່ພາໃຫ້ເກີດ
ມີສະພາບຄວາມບໍ່ສະຫງົບ ຢ່າງທັນເວລາ ສົມທົບກັບການຫັນເອົາກໍາລັງ ລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນ ກັບການ
ພັດທະນາເສດຖະກິດ ຂອງແຕ່ລະກົມກອງຢ່າງຕັ້ງໜ້າ ຄຽງຄູ່ກັບຄວາມເປັນເຈົ້າການ ປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄ
ວິດ-19 ຕາມທິດຊີ້ນໍາຂອງຂັ້ນ ເທິງຢ່າງເຂັ້ມງວດ ເຮັດໃຫ້ສະພາບໂດຍລວມຢູ່ເຂດໃຈກາງມີຄວາມສະຫງົບ ໂດຍພື້ນຖານ.

     ນອກນີ້ ໄດ້ເປັນເຈົ້າການນໍາເອົາແນວທາງນະໂຍບາຍ ຂອງພັກ, ມະຕິຄໍາສັ່ງ, ກົດໝາຍຂອງລັດ ຫັນເປັນແຜນການອັນລະອຽດ ລົງໂຄສະນາເຜີຍແຜ່
ໃຫ້ອໍານາດ ການປົກຄອງ ແລະ ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມ ໂດຍສະເພາະ ແມ່ນແນວທາງປ້ອງຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານທີ່ພັກ
ວາງອອກ ເຮັດໃຫ້ເຂົາເຈົ້າມີຄວາມສາມັກຄີ ປອງດອງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາທ້ອງ
ຖິ່ນ ແລະ ຊີວິດ ການເປັນຢູ່ດີຂຶ້ນ, ໄດ້ເອົາໃຈໃສ່ ສຶກສາອົບຮົມປະຊາຊົນ ໃຫ້ຂຶ້ນສໍາມະໂມຄົວຢ່າງຖືກຕ້ອງ, ເພີ່ມທະວີຄວາມຮັບຜິດຊອບຄຸ້ມຄອງ ປະຊາ
ຊົນທີ່ຍ້າຍຖິ່ນຖານແບບ ຊະຊາຍໃຫ້ເຂົ້າສູ່ລະບົບການຄຸ້ມຄອງ ດ້ວຍກົດໝາຍ, ປັບປຸງອົງການປົກຄອງທ້ອງຖິ່ນ-ກອງຫຼອນ ໃຫ້ເຂັ້ມແຂງໜັກແໜ້ນ ສາ
ມາດນໍາພາປະຊາຊົນ ພັດທະນາ ທ້ອງຖິ່ນ ຂອງຕົນໃຫ້ຈະເລີນ ກ້າວໜ້າ ແລະ ມີຄວາມສະຫງົບ.

     ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບ ຄວາມຄິດເຫັນ, ປຶກສາຫາລືບັນຫາ ຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານ ມາຢູ່ບັນດາແຂວງ, ຍົກ
ໃຫ້ເຫັນສະພາບການລວມ, ຜົນງານ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໂດຍສະເພາະບັນຫາທີ່ຍັງຄົງຄ້າງ ເພື່ອສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຕໍ່ຄະນະພັກ-ຄະນະບັນຊາ ບັນດາກົມກອງ ໃຫ້ເພີ່ມທະວີຄວາມ
ເປັນເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານ ດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມ ຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງ
ໃຫ້ເຄື່ອນໄຫວ ຕາມພາລະບົດບາດຂອງຕົນຢ່າງ ແຂງແຮງກວ່າເກົ່າ, ກໍາແໜ້ນ, ຕິດຕາມກວດກາ, ສຶກສາອົບຮົມ ເປົ້າໝາຍ ແລະ ມີມາດຕະການຕໍ່ ຜູ້ກະ
ທໍາຜິດຢ່າງເດັດຂາດ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ການເມືອງຕົນ, ມີຄວາມເປັນເອກະພາບກັບແຜນ ການພ້ອມທັງຫັນເອົາແຜນ
ການ ດັ່ງກ່າວມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ, ມີຄວາມຕັດສິນໃຈສູງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍ.

     ການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ ຢູ່ 5 ແຂວງເຂດໃຈກາງໂດຍສະເພາະຢູ່ແຂວງໄຊສົມບູນ
ແລະ ແຂວງຊຽງຂວາງ ຕ້ອງແກ້ໄຂ ສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫຼັກແຫຼ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາ
ພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ, ແຕ່ລະແຂວງຕ້ອງກໍານົດລະອຽດ ຈະແຈ້ງບັນດາວຽກງານຈຸດ ສຸມທີ່ຕ້ອງໄດ້ປະ
ຕິບັດໃນແຕ່ລະໄລຍະ ໂດຍສະເພາະບັນຫາຄົງຄ້າງເຮັດບໍ່ທັນສໍາເລັດ, ມີການປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການຕ່າງໆ ຂອງສູນກາງ ແລະ
ທ້ອງຖິ່ນ ເພື່ອຮັບປະກັນການປະຕິບັດແຜນການໃຫ້ມີຄຸນນະພາບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/01/2022